ການປະຊຸມຂ່າວສາກົນກ່ຽວກັບກອງປະຊຸມລັດຖະສະພາລະຫວ່າງຊາດໂລກຄັ້ງທີ132

ການປະຊຸມຂ່າວສາກົນກ່ຽວກັບກອງປະຊຸມລັດຖະສະພາລະຫວ່າງຊາດໂລກຄັ້ງທີ132 - ảnh 1
ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ IPU 132
(ພາບ: vovgiaothong.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/3, ຢູ່​ຮ່າ​ໂນ້ຍ, ທ່ານ ເຈີ່ນ​ວັນ​ຮັ່ງ, ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ ສະ​ພາ​ແຫ່ງ​ຊາດ, ເປັນ​ປະ​ທານ​ການ​ປ​ະ​ຊຸມ​ຂ່າວພາຍ​ໃນ​ປະ​ເທດ ແລະ ​ສາ​ກົນ ເພື່ອ​ແນ​ໃສ່​ສະ​ໜອງ​ບັນ​ດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​​ເຖິງເນື້ອ​ໃນກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU 132) ​ເຊິ່ງຈະ​​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ໃນ​ລະ​ຫວ່າງວັນ​ທີ 28/3 – 1/4. ຫົວ​ຂໍ້​ທີ່​ໄດ້​ນຳ​ມາ​ປຶ​ກ​ສາ​ຫາ​ລື​ຂ​ອງ​ກອງ​ປະ​ຊຸມ IPU 132 ແມ່ນ “ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ: ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ”. ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ ເຈີ່ນວ​ັນ​ຮັ່ງ, ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ ສະ​ພາ​ແຫ່ງ​ຊາດ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ຈັດ​ຕັ້ງ IPU 132 ໃຫ້​ຮູ້​ວ່າ: ມາ​ຮ​ອດ​ຈຸດ​ເວ​ລານີ້, ມີ 163 ຄະ​ນະ​ຜູ້​ແທນ​ສາ​ກົນ​ດ້ວຍ​ຜູ້​ແທນ​ປະ​ມານ 1600 ຄົນ​ໄດ້​ຈົດ​ທະ​ບຽນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ IPU 132, ໃນ​ນັ້ນ​ມີ ປະ​ທານ​ສະ​ພາ​ແຫ່ງ​ຊາດ 45 ທ່ານ ແລະ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ 50 ທ່ານ​ຂອງ​ບັນ​ດາ​ປະ​ເທດ. ນີ້​ແມ່ນກອງ​ປະ​ຊຸມ​ມີ​ຈຳ​ນວນ​ຜູ້​ແທນຫຼາຍ​ທີ່​ສຸດ ແລະ ປະ​ເທດ​ເຈົ້າ​ພາບ ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໃຫ້​ວຽກ​ງານ​ຈັດ​ຕັ້ງ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ.

 


ຂ່າວ/ບົດ​ອື່ນ