ການປະຊຸມຂ່າວສາກົນກ່ຽວກັບໝາກຜົນກອງປະຊຸມGMS

(VOVWORLD) -ການປະຊຸມຂ່າວສາກົນໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພາຍຫລັງອັດກອງປະຊຸມສຸດຍອດ GMS ໃນຕອນທ່ຽງວັນທີ 31 ມີນາ.
ການປະຊຸມຂ່າວສາກົນກ່ຽວກັບໝາກຜົນກອງປະຊຸມGMS - ảnh 1 ການປະຊຸມຂ່າວພາຍຫລັງອັດກອງປະຊຸມ GMS

ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍການຮັບຮອງເອົາຖະແຫລງການຮ່ວມກອງປະຊຸມ, ແຜນການຮ່າໂນ້ຍໄລຍະ 2018 – 2022, ກອບການລົງທຶນພາກພື້ນຮອດປີ 2022.

        “ກອງປະຊຸມໄດ້ວາງອອກບັນດາການກຳນົດທິດຮ່ວມມືໃຫຍ່ໃນໄລຍະກາງ ແລະ ເລີ່ມປະຕິບັດວິວັດການສ້າງວິໄສທັດຮ່ວມມືໄລຍະຍາວ GMS. ພວກຂ້າພະເຈົ້າໄດ້ຮັບຮອງເອົາເອກະສານສຳຄັນ 3 ສະບັບ ແລະ ເປັນຫນ້າສົນໃຈກອງປະຊຸມກໍ່ໄດ້ເລີ່ມຕົ້ນປະຕິບັດວິໄສທັດໄລຍະຍາວຫລັງປີ 2022 ໃນສະພາບການບັນດາປະເທດ GMS ມຸ່ງໄປເຖິງໂຄງການດຳເນີນງານພັດທະນາແບບຍືນຍົງຮອດປີ 2030 ຂອງ ສປຊ. ສະພາບການສາກົນ ແລະ ພາກພື້ນ ມີການຜັນແປຫລາຍຢ່າງ, ການຮ່ວມມື GMS ຄວນກຳນົດວິໄສທັດຍາວໄກກວ່າ ເພື່ອແນໃສ່ສ້າງ GMS ເຊື່ອມໂຍງ ແລະ ວັດທະນາຖາວອນ.”

ທີ່ການປະຊຸມຂ່າວ, ທ່ານ Takehiko Nakao ປະທານທະນາຄານພັດທະນາ ອາຊີ ADB ຢືນຢັນວ່າ: ADB ຈະສືບຕໍ່ຮ່ວມເດີນທາງພ້ອມກັບ GMS ໃນການພັດທະນາຈະມາເຖິງ.

        “ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ທີ່ກອງປະຊຸມພວກຂ້າພະເຈົ້າໄດ້ຮັບຮອງເອົາແຜນການດຳເນີນງານ ຮ່າໂນ້ຍ. ADB ມີຄວາມຫວັງຈະສະຫນອງຈຳນວນເງິນຢ່າງຫນ້ອຍສຸດ 7 ຕື້ USDໃຫ້ບັນດາໂຄງການປະຈຸບັນ ແລະ ໃນ ອະນາຄົດ.”

ຕອບກັບ

ຂ່າວ/ບົດ​ອື່ນ