ການປະຕິວັດອຸດສາຫະກຳ 4.0 ກະທົບເຖິງຕະຫຼາດແຮງງານຫວຽດນາມ

(VOVWORLD) -ທີ່ການໂອ້ລົມສົນທະນາ “ການປະຕິວັດອຸດສາຫະກຳ 4.0  ແລະ ກະທົບເຖິງຕະຫຼາດແຮງງານຫວຽດນາມ” ຖືກດຳເນີນໃນວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ຜູ້ແທນເຂົ້າຮ່ວມຫຼາຍທ່ານໄດ້ເນັ້ນໜັກເຖິງວຽກງານຕ້ອງປ່ຽນແປງໃໝ່ການສຶກສາບຳລຸງສ້າງ ເພື່ອແນໃສ່ສ້າງແຫຼ່ງແຮງງານທີ່ມີຄຸນນະພາບສູງ ເພື່ອຮັບມືກັບການປະຕິວັດອຸດສາຫະກຳ 4.0.
ການປະຕິວັດອຸດສາຫະກຳ 4.0 ກະທົບເຖິງຕະຫຼາດແຮງງານຫວຽດນາມ - ảnh 1 (ພາບປະກອບ: TTXVN)

ບັນດາຜູ້ແທນຖືວ່າ, ສະພາບຕົວຈິງໃນປະຈຸບັນໄດ້ຊີ້ໃຫ້ເຫັນການກຽມພ້ອມຂອງຫວຽດນາມ ສຳລັບພາລະກິດການປະຕິວັດນີ້ແມ່ນຍັງບໍ່ທັນສູງ. ຫວຽດນາມ ພວມຢືນອັນດັບທີ 90/100 ກ່ຽວກັບເຕັກໂນໂລຊີປ່ຽນແປງໃໝ່, ຢືນອັນດັບທີ 92/100 ກ່ຽວກັບເຕັກໂນໂລຊີພື້ນຖານ ແລະ ຢືນອັບດັບທີ 77/100 ກ່ຽວກັບເຕັກໂນໂລຊີມີຫົວຄິດປະດິດສ້າງ.

        ຕາມບັນດາຜູ້ແທນແລ້ວ, ເພື່ອສ້າງແຫຼ່ງກຳລັງແຮງງານທີ່ຕອບສະໜອງການປະຕິວັດ 4.0, ຫວຽດນາມ ຄວນປ່ຽນແຫ່ງໃໝ່ການສຶກສາບຳລຸງສ້າງ ເພື່ອແນໃສ່ສ້າງແຫຼ່ງແຮງງານທີ່ມີຄຸນນະພາບສູງ. ລັດຄວນມີບັນດາແຜນການທີ່ເໝາະສົມເພື່ອກຳນົດທິດ, ປັບປຸງຄຸນນະພາບ, ໜູນຊ່ວຍຄົນງານຮຽນວິຊາຊີບ, ເປີດກວ້າງກາລະໂອກາດດ້ານອາຊີບໃນຍຸກສະໄໝເຕັກໂນໂລຊີດີຈີຕອນຄືໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ