ການປະຕິວັດເດືອນຕຸລາ - ກຳລັງຊຸກດັນ ແລະ ປຸກລຸກນ້ຳໃຈປະຕິວັດຂອງປະຊາຊົນຜູ້ກ້າວໜ້າໃນໂລກ

(VOVWORLD) -ສິ່ງນີ້ໄດ້ຮັບການຢັ້ງຢືນຈາກບັນດາຜູ້ແທນທີ່ການໂອ້ລົມສົນທະນາ “ຄວາມໝາຍປະຫວັດສາດ ແລະ ຍຸກສະໄໝຂອງການປະຕິວັດເດືອນຕຸລາ”
ການປະຕິວັດເດືອນຕຸລາ - ກຳລັງຊຸກດັນ ແລະ ປຸກລຸກນ້ຳໃຈປະຕິວັດຂອງປະຊາຊົນຜູ້ກ້າວໜ້າໃນໂລກ - ảnh 1ການໂອ້ລົມສົນທະນາ “ຄວາມໝາຍປະຫວັດສາດ ແລະ ຍຸກສະໄໝຂອງການປະຕິວັດເດືອນຕຸລາ” 

    ການປະຕິວັດເດືອນຕຸລາ - ກຳລັງຊຸກດັນ ແລະ ປຸກລຸກນ້ຳໃຈປະຕິວັດຂອງປະຊາຊົນຜູ້ກ້າວໜ້າໃນໂລກ.     ສິ່ງນີ້ໄດ້ຮັບການຢັ້ງຢືນຈາກບັນດາຜູ້ແທນທີ່ການໂອ້ລົມສົນທະນາ “ຄວາມໝາຍປະຫວັດສາດ ແລະ ຍຸກສະໄໝຂອງການປະຕິວັດເດືອນຕຸລາ”  ໂດຍໜັງສືພິມ ກວນໂດ້ຍເຍິນເຢີນ, ວາລະສານກອມມູນິດ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ສົມທົບກັນຈັດຂຶ້ນໃນວັນທີ 18 ຕຸລາ ຢູ່ຮ່າໂນ້ຍ. ທ່ານສາດສະດາຈານ ປ.ອ ວູ້ວັນຮ່ຽນ ຮອງປະທານສະພາທິດສະດີສູນກາງຖືວ່າ : 

    “ການປະຕິວັດເດືອນຕຸລາ ແມ່ນການປະຕິວັດເພື່ອສັນຕິພາບ ແລະ ເພື່ອການພັດທະນາຂອງໂລກ. ເມື່ອໄດ້ຮັບຜົນສຳເລັດໃນທັນທີ່, ຜູ້ນຳ ເລນິນ ໄດ້ມີຖະແຫຼງການສະບັບໜຶ່ງກ່ຽວກັບສັນຕິພາບ ແລະ ຮຽກຮ້ອງການຮ່ວມມືກັນຂອງທຸກໆປະເທດ. ນີ້ແມ່ນຄຸນຄ່າຂອງການປະຕິວັດເດືອນຕຸລາ ກໍຄືບັນດາບົດຮຽນ, ແນວຄິດຂອງການປະຕິວັດ, ນັ້ນແມ່ນເພື່ອສັນຕິພາບ, ການຮ່ວມມືມິດຕະພາບ…ຍ້ອນບັນດາແນວຄິດນີ້ເອງ, ໄດ້ເຍື່ອງທາງໃຫ້ແກ່ການປະຕິວັດຫວຽດນາມໃນວັນນີ້, ນັ້ນແມ່ນບັນຫາເຊື່ອມໂຍງເຂົ້າກັບສາກົນເພື່ອໃຫ້ຫວຽດນາມເປັນເຈົ້າການ ເຊື່ອມໂຍງເຂົ້າກັບສາກົນ ”

ຕອບກັບ

ຂ່າວ/ບົດ​ອື່ນ