ການປະທະກັນຍັງຄົງເກີດຂຶ້ນຢູ່ພາກຕາເວັນອອກຢູແກຼນໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງ

ການປະທະກັນຍັງຄົງເກີດຂຶ້ນຢູ່ພາກຕາເວັນອອກຢູແກຼນໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງ - ảnh 1
ທະ​ຫານ​ກອງ​ທັບ ຢູ​ແກຼນ ຄົນ​ໜຶ່ງ​ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ
(ພາບ: AFP/TTXVN)

(vovworld) –  ວັນ​ທີ 26/5, ມື​ປືນ 4 ຄົນ​ຂອງ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ, ທະ​ຫານ​ຄົນ​ໜຶ່ງ​ຂອງກອງ​ທັບ ຢູ​ແກຼນ ແລະ ສາ​ມັນ​ຊົນ 1 ຄົນ​ຖືກ​ເສຍ​ຊີ​ວິດ​ໃນ​ບັນ​ດາ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ໃນ​ຮອບ 24 ຊົ່ວໂມງ​ຜ່ານ​ມາ​ຢູ່​ເຂດ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ໂດຍບໍ່​ຫົວ​ຊາ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ເຊິ່ງ​ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້​ເມື່ອ​ເດືອນ 2. ນອກ​ຈາ​ກນັ້ນ, ຍັງ​ມ​ີ​ທະ​ຫານ ຢູ​ແກຼນ 12 ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ດັ່ງ​ກ່າວ.

        ເຖິງວ່າ​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ເດືອນ 2 ຜ່ານ​ມາ​ຢູ່ Minsk (ປະ​ເທດ ເບ​ລາ​ຣຸດ) ກໍ່​ຕາມ, ​ແຕ່ການ​ປະ​ທະ​ກັນ​ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ​ຢູ່​ເທດ​ສະ​ບານ​ເມືອງ Shyrokyne ໃກ​້​ກັບ​ທ່າ​ກຳ​ປັ່ນ​ຍຸດ​ທ​ະ​ສາດ Mariupol, ພາກ​ຕາ​ເວັນ​ອອກ ຢູ​ແກຼນ.


ຂ່າວ/ບົດ​ອື່ນ