ການ​ປະ​ທະ​ກັນຢູ່​ເຂດ ກາ​ຊາ: ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ພາ​ກັນ​ໄປ​ຍັງ​​ພາກ​ພື້ນ ຕາ​ເວັນ​ອອກ​ກາງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຈ​ລະ​ຈາ​ຢຸດ​ຍິງ

(VOVWORLD) - ດ້ວຍຄວາມຕັດສິນໃຈຊຸກຍູ້ຂໍ້ຕົກລົງຢຸດຍິງໃນໄລຍະຍາວ ສ້າງປະຖົມປັດໄຈໃຫ້ແກ່ການຢຸດຕິການປະທະກັນທີ່ແກ່ຍາວກວ່າ 9 ເດືອນຜ່ານມາຢູ່ ເຂດ ກາຊາ ຢ່າງສິ້ນເຊີງ, ອຳນາດການປົກຄອງ ອາເມລິກາ ໄດ້ຕັດສິນໃຈຈັດສົ່ງເຈົ້າໜ້າທີ່ຂັ້ນສູງຕື່ມອີກ 1 ທ່ານໄປຍັງພາກພື້ນຕາເວັນອອກກາງ ເພື່ອໜູນຊ່ວຍການເຈລະຈາ.
ການ​ປະ​ທະ​ກັນຢູ່​ເຂດ ກາ​ຊາ: ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ພາ​ກັນ​ໄປ​ຍັງ​​ພາກ​ພື້ນ ຕາ​ເວັນ​ອອກ​ກາງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຈ​ລະ​ຈາ​ຢຸດ​ຍິງ - ảnh 1 ປະຊາຊົນ ປາແລັດສະຕິນ ເຄື່ອນຍ້າຍໄປຍັງເຂດປອດໄພ (ພາບ: TTXVN)

ຕາມໜັງສືພິມ ອີຢິບ ແລ້ວ, ເຈົ້າໜ້າທີ່ ອາເມລິກາ ເດີນທາງໄປຍັງພາກພື້ນ ຕາເວັນອອກກາງ ຄັ້ງນີ້ ແມ່ນທ່ານນາງ Barbara Leaf, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນດາບັນຫາຕາເວັນອອກໃກ້. ທ່ານນາງຈະມີການເຄື່ອນໄຫວຢູ່ ສະຫະລັດ ອາຣັບ ເອມມີເລດ (UAE), ກາຕາ, ອີຢິບ, ຈໍແດນ, ອິດສະຣາແອັນ ແລະ ຝັ່ງຕາເວັນຕົກ ຈົນຮອດວັນທີ 14 ກໍລະກົດ. ເນື້ອໃນຈຸດສຸມທີ່ໄດ້ນຳມາປຶກສາຫາລືໃນຄັ້ງນີ້ ແມ່ນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດເຍິງ ແລະ ແລກປ່ຽນຕົວປະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາດສ, ກໍຄື ການສ້າງພື້ນຖານຄວາມໝັ້ນຄົງ ແລະ ສັນຕິພາບແບບຍືນຍົງຢູ່ພາກພື້ນຕາເວັນອອກກາງ ໄລຍະ ຫຼັງສົງຄາມ.

ນັກຂ່າວ VOV ປະຈຳ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ