ການພົບປະສັງສັນມູນເຊື້ອສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ1968

(VOVWORLD) - ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ທົບທວນຄືນວິວັດການກະກຽມ ແລະ ກ້າວເຂົ້າສູ່ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1968.
ການພົບປະສັງສັນມູນເຊື້ອສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ1968 - ảnh 1 ທ່ານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ການພົບປະ

ຕອນຄ່ຳວັນທີ 30 ມັງກອນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການພົບປະສັງສັນມູນເຊື້ອ ສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968. ເຂົ້າຮ່ວມການພົບປະ ມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ, ອະດີດປະທານປະເທດ ຫງວຽນມີງຈຽດ, ອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ອະດີດປະທານສະພາແຫ່ງຊາດ ຫງວຽນວັນອານ.

        ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ທົບທວນຄືນວິວັດການກະກຽມ ແລະ ກ້າວເຂົ້າສູ່ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1968. ແຕ່ຕອນກາງຄືນວັນທີ 30 ຫາຕອນຮຸ່ງເຊົ້າວັນທີ 31 ມັງກອນ 1968 (ກົງກັບວັນທີ 1 ຂອງບຸນເຕັດປີວອກ), ພະນັກງານ, ນັກຮົບ, ກຳລັງປະກອບອາວຸດ ໄຊ່ງ່ອນ - ຢາດິ້ງ ພ້ອມກັບບັນດາທ້ອງຖິ່ນທາງພາກໃຕ້ ໄດ້ກ້າວເຂົ້າສູ່ການບຸກໂຈມຕີ ແລະ ລຸກຮື້ຶ້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1968. ບັນດານັກຮົບປະຕິວັດ ແລະ ບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໄດ້ອຸທິດເລືອດເນື້ອ, ຊັບສິນເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດເພື່ອມີສັນຕິພາບຄືທຸກວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ