ການພົບປະສັງສັນອວຍພອນບຸນປີໃຫມ່ປີວອກຢູ່ອົດສະຕາລີ,ອາເມລິກາແລະປານາມາ

ການພົບປະສັງສັນອວຍພອນບຸນປີໃຫມ່ປີວອກຢູ່ອົດສະຕາລີ,ອາເມລິກາແລະປານາມາ - ảnh 1
ພະ​ນັກ​ງານ​ສະ​ຖານ​ທູດ​ຫວຽດ​ນາມ​ຢູ່​ປາ​ນາ​ມາ
ພາບ:TTXVN

(vovworld)- ວັນ​ທີ 7/2, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ອວຍ​ພອນ​ບຸນ​ປີ​ໃຫມ່​ປີ​ວອກ 2016 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ, ພະ​ນັກ​ງານ​ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ພ້ອມ​ກັບ​ນັກ​ຮຽນ​ນັກ​ສຶກ​ສາ​ຫວຽດ​ນາມ ພວມ​ຮ່ຳ​ຮຽນ ຢູ່ ອ​ົດ​ສະ​ຕາ​ລີ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ເລືອງ​ແທງງີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ໄດ້​ຢັ້ງ​ຢືນ​ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ​ບັນ​ລຸ​ໄດ້​ໃນ​ປີ 2015 ແ ມ່ນ​ໝາກ​ຜົນ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ນັ້ນ ມີ​ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ພ້ອມ​ກັບ​ການ​ຮ່ວມມ​ື ຫນູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ກ່ອນ​ຫນ້າ​ນັ້ນ ວັນ​ທີ 6/2 ຢູ່ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ກໍ​ໄດ້​ຈັດ​ງານ​ພົ​ບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ​່​ປີ​ວອກເຊັ່ນ​ດ​ຽວ​ກັນ.

ຂ່າວ/ບົດ​ອື່ນ