ການພົບປະສົນທະນາ“ບົດຮຽນຈັດຕັ້ງການປະຕິບັດລັດຖະທຳມະນູນຂອງຍີ່ປຸ່ນ”
![ການພົບປະສົນທະນາ“ບົດຮຽນຈັດຕັ້ງການປະຕິບັດລັດຖະທຳມະນູນຂອງຍີ່ປຸ່ນ” - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_02_14/thu_copy.jpeg)
ນາຍົກລັດຖະມົນຕີຍີ່ປຸ່ນ Shizo Abe
photo:internet
|
(vovworld)- ໃນຂອບເຂດໂຄງການຮ່ວມມືລະຫວ່າງຫ້ອງການສະພາແຫ່ງຊາດ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA), ວັນທີ 14/2, ຫ້ອງການສະພາແຫ່ງຊາດ ໄດ້ຈັດຕັ້ງການພົບປະສົນທະນາ “ບົດຮຽນການຈັດຕັ້ງປະຕິບັດລັດຖະທຳມະນູນຂອງຍີ່ປຸ່ນ” ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າສະພາປະຊາຊົນ, ບັນດາກຳມາທິການສະພາແຫ່ງຊາດ, ບັນດາອົງການຂອງຄະນະປະຈຳສະພາແຫ່ງຊາດ, ອົງການຂອງລັດຖະບານຈຳນວນຫນຶ່ງ ແລະ ບັນດາຜູ້ຊ່ຽວຊານກ່ຽວກັບລັດຖະທຳມະນູນຂອງຍີ່ປຸ່ນ .
ກ່າວຄຳເຫັນໄຂການພົບປະສົນທະນາ, ທ່ານ ຫງວຽນຊີຢູງ, ຮອງຫົວຫນ້າຫ້ອງການສະພາແຫ່ງຊາດ ໃຫ້ຮູ້ວ່າ: ລັດຖະທຳມະນູນສະບັບປັບປຸງຫາກໍ່ໄດ້ຮັບຮອງເອົາ ມີການປ່ຽນແປງໃຫມ່ຫລາຍຢ່າງ ແລະ ມີບັນດາບາດກ້າວບຸກທະລຸກ່ຽວກັບລະບອບນະໂຍບາຍ. ເພື່ອໃຫ້ບັນດາຂໍ້ກຳນົດຂອງລັດຖະທຳມະນູນເຂົ້າສູ່ຊີວິດຕົວຈິງ, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາລາຍການຮອບດ້ານເພື່ອຫັນບັນດາມາດຕາໃນລັດຖະທຳມະນູນເປັນລະອຽດ.
“ການພົບປະສົນທະນາມີຄວາມໝາຍສະຫນອງບົດຮຽນຜັນຂະຫຍາຍລັດຖະທຳມະນູນຂອງຍີ່ປຸ່ນຄືແນວໃດ. ດ້ວຍການຜັນຂະຫຍາຍລັດຖະທຳມະນູນໃຫມ່ຂອງຍີ່ປຸ່ນ ແມ່ນພື້ນຖານເພື່ອນຳຍີ່ປຸ່ນຈາກປະເທດປະສົບກັບຄວາມຫຍຸ້ງຍາກໃນສົງຄາມໂລກຄັ້ງທີ 2 ກາຍເປັນປະເທດຊັ້ນນຳກ່ຽວກັບວັດທະນາຖາວອນ ແລະ ພັດທະນາຂອງໂລກ.”