ການພິພາດໝູ່ເກາະ Senkaku ບໍ່ສ່ົງຜົນສະທ້ອນເຖິງ ການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ

ການພິພາດໝູ່ເກາະ Senkaku ບໍ່ສ່ົງຜົນສະທ້ອນເຖິງ   ການພົວພັນລະຫວ່າງ  ຈີນ ແລະ ຍີ່ປຸ່ນ - ảnh 1

(vovword)- ວັນ​ທີ 13/5, ທ່ານ​ນາຍົກລັດຖະມົນຕີ ຈີນ ​ເວີນ​ເຈຍ​ປ່າວ ​ແລະ ຄູ່​ຮ່ວມ​ຕຳ​ແຫ​ນ່ງຍີ່ປຸ່ນ Yoshihiko Noda ​ ເຫັນ​ດີ​ບໍ່​ປະ​​ໃຫ້ການ​ພິພາດ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ Senkaku ສົ່ງຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ສອງ​ຝ່າຍ. ​ໃນ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່​ນະຄອນຫລວງ ປັກ​ກິ່ງ ປະ​ເທດ​ຈີນ, ທ່ານ​ນາຍົກລັດຖະມົນຕີ ​ເວີນ​ເຈຍ​ປ່າວ ​ໄດ້​ເຕື້ອງ​ເຖິງ​ບັນຫາ​ພິພາດ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ Senkaku ​ເມື່ອ​ຢືນຢັນ​ໝູ່​ເກາະ​ດັ່ງກ່າວ​ແມ່ນ​ຜືນ​ແຜນ​ດິນ​ຂອງ​ຈີນ ນັບ​ແຕ່​ດົນ​ນານ​ແລ້ວ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Yoshihiko Noda ຢືນຢັນ​ວ່າ: Senkaku ​ແມ່ນ​ພາກສ່ວນ​ຫນຶ່ງ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຜືນ​​ແຜນ​ດິນຂອງ​ ຍີ່​ປຸ່ນ ​​ໄດ້ ພ້ອມ​ທັງ​ຊີ້​ແຈງ​ວ່າ ​ເລ່ືອງ​ຈີນ ​ເພີ່ມ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ໃກ້​ກັບ Senkaku ​ເຮັດ​ໃຫ້​ຊາວ      ຍີ່​ປຸ່ນ ​ເກີດ​ຄວາມ​ບໍ່ພໍ​ໃຈ. ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ແຕກ​ຕ່າງ​ໃນ​ບັນຫາ​ອະທິ​ປະ​ໄຕ​ໝູ່​ເກາະ Senkaku, ນາຍົກລັດຖະມົນຕີຂອງ​ສອງ​ປະ​ເທດ ຍັງ​ຄົງ​ບັນລຸ​ໄດ້​ຂໍ້​ຕົກລົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສະພາບຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​​ແຫລມ​ເກົາຫລີ.

ຂ່າວ/ບົດ​ອື່ນ