ການພົວພັນຫວຽດນາມແລະສ.ເຊັກນັບມື້ນັບພັດທະນາໃນຫຼາຍຂົງເຂດ

ການພົວພັນຫວຽດນາມແລະສ.ເຊັກນັບມື້ນັບພັດທະນາໃນຫຼາຍຂົງເຂດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ. ​ເຊັກ ​ເຈືອງ​​ແມ້ງ​ເຊີນ

Vovworld – 65 ປີຜ່ານມາ, ການ​ພົ​ວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ສ.​ເຊັກ ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ​ໃນຫຼາຍ​ຂົງ​ເຂດ. ນັ້ນ​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ. ​ເຊັກ ​ເຈືອງ​​ແມ້ງ​ເຊີນ ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວວິທະຍຸ​ກະຈາຍສຽງ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ສ. ​​ເຊັກ (2/2/1950 – 2/2/2015).

        ຕາມ​ທ່ານ​ເອກອັກຄະ​ລັດຖະທູດ ເຈືອງ​​ແມ້ງ​ເຊີນ ​ແລ້ວ, ປີ 2014, ການພົວພັນ ແລກປ່ຽນ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ສ. ​ເຊັກ ບັນລຸ​ໄດ້ 670 ລ້ານ USD, ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ໃສ່​ປີ 2013. ພ້ອມ​ກັບ​ການສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ປີ 2015, ຍັງ​ໄດ້​ຈັດ​ຕັ້ງ​ປີ​ວັດ​ທະນະ​ທຳ ຫວຽດນາມ ຢູ່ ສ. ​ເຊັກ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈືອງ​ແມ້ງ​ເຊີນ, ​ໃຫ້​ຮູ້​ວ່າ:

    “ຂ້າພະ​ເຈົ້າ​ຖື​ວ່າ: ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ ຫວຽດນາມ - ສ. ​ເຊັກ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ. ສ. ​ເຊັກ ກຳນົດ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 12 ຄູ່​ຮ່ວມມື​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ການ​ພົວພັນ​ດ້ານການ​ຄ້າ​ໃນ​​ໂລກ. ຫວຽດນາມ ກໍ່​ກຳນົດ​ວ່າ ສ. ​ເຊັກ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ, ​ແມ່ນ​ປະຕູ​ເພື່ອ​ໃຫ້ ຫວຽດນາມ ​ເຂົ້າ ອີ​ຢູ. 2 ປະ​ເທດ​ໄດ້​ຈັດ​ວາລະ​ປະຊຸມ​ລັດຖະບານ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ການ​ຄ້າ. ກອງ​ປະຊຸມ​ນີ້​ໄດ້​ຮັບ​ການຈັດ​ຕັ້ງ 2 ປີ​ເທື່ອ​ໜຶ່ງ, ພັດ​ປ່ຽນ​ກັນຢູ່ ສ. ​ເຊັກ ​ແລະ ຫວຽດນາມ.”

    ວັນ​ທີ 3/7/2013, ສ. ​ເຊັກ​ຮັບ​ຮູ້​ປະຊາ​ຄົມ​ຊາວ ຫວຽດນາມ ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ 14 ຢູ່ ສ. ​ເຊັກ. ປະຈຸ​ບັນ, ປະຊາ​ຄົມຊາວ ຫວຽດນາມ ຢູ່ ສ. ​ເຊັກ ມີ​ປະມານ 60.000 ຄົນ. ຊາວ ຫວຽດນາມ ຢູ່ ສ. ​ເຊັກ​ເຊື່ອມ​ໂຍງ​ກັບ​ສັງຄົມ​ປະ​ເທດ​ປະຈຳ​ຖິ່ນ​ເປັນ​ຢ່າງ​ດີ ​ແລະ ຍາມ​ໃດ​ກໍ່​ອວາຍ​​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ