ການຢ້ຽມຢາມອາເມລິກາຂອງເລຂາທິການໃຫຍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມຢູ່ໃນໂລກ

ການຢ້ຽມຢາມອາເມລິກາຂອງເລຂາທິການໃຫຍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມຢູ່ໃນໂລກ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ


(vovworld) – ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ (ສ​ສ​ຊ) ຊຸດ​ທີ 13 ແລະ ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ ສ​ສ​ຊ ນະ​ຄອນ ຮ່າ​ໂນ້ຍ ໄດ້​ລົງ​ພົບ​ປະ​ກັບ​ຜູ້​ສິດ​ເລືອ​ກ​ຕັ້ງ​ເມືອງ ຮ່​ວານ​ກ໋ຽມ ແລະ ບາ​ດິ່ງ ໃນ​ຕອນ​ເຊົ້າ​ວັນ​ທີ 18/7, ເພື່ອ​ລາຍ​ງານ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດຊຸດ​ທີ 13. ຜູ້​ມີ​ສິດ​ເລືອກ​ຕັ້ງ 2 ເມືອງ​ດັ່ງ​ກ່າວ​, ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ຜົນ​ງານ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ດ້ວຍຫຼາຍ​ເນື້ອ​ໃນ​ສຳ​ຄັນ​ທ່​ີ​ສະ​ພາ​ແຫ່ງ​ຊາດ​ໄດ້ຮັບ​ຮອງ​ເອົາ. ຜູ້​ມີ​ສິດ​ເລ​ືອກ​ຕັ້ງ​ກໍ​ສະ​ແດງ​ຄວາມ​ປ​ະ​ທັບ​ໃຈ​ຢ່າງ​​ເລິກ​ເຊິ່ງກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢູ່ ອາ​ເມ​ລິ​ກາ ຫວ່າງ​ແລ້ວນີ້, ປະ​ກອບ​ສ່ວນ​ຍົກ​ສູງ​ອິດ​ທິ​ພົນ​ຊື​່​ສຽງ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ຢູ່​ໃນ​ໂລກ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​​ແນະ​ກ່ຽວ​ກັບ​ສະ​ພາບ​ການປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ປະ​ຕິ​ບັດ​ກົດ​ໝາຍ, ຕ້ານ​ປະ​ກົດ​ການ​ຫຍໍ້​ທໍ້, ການ​ສໍ້​ລາດ​ບັງຫຼວງ… ​ຍັງ​ຊັກ​ຊ້າ, ຍົກ​ສູງ​ຄຸນ​ນະ​ພາບ​ຕະຫຼາດ​ອະ​ສັງ​ຫະ​ລິ​ມະ​​ຊັບ, ຕິດ​ຕາມກວດ​ກາ​ການກໍ່​ສ້າງ​ສະ​ໜາມ​ບິນ​ລອງ​ແທ່ງ, ຄຸ້ມ​ຄອງ​ຕົວ​ເມືອງ​ຮ່າ​ໂນ້ຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຕີ​ລາ​ຄາ​ສູງບັນ​ດາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ​ໄດ້ແລກ​ປ່ຽນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັ​ບ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການທີ່​ວາງອອກ​ສຳ​ລັບ​ປະ​ເທດ​ຊາດ ແລະ ໃນ​ວິ​ວັດ​ການ​ກະ​ກຽມ​​ຈັດ​ຕັ້ງກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ຂອງ​ພັກ.

ຂ່າວ/ບົດ​ອື່ນ