ການສົ່ງອອກສິນໃນນ້ຳ ທັງປີຄາດວ່າຈະ ບັນລຸ 7 ຕື້ USD


ການສົ່ງອອກສິນໃນນ້ຳ ທັງປີຄາດວ່າຈະ ບັນລຸ 7 ຕື້ USD - ảnh 1

 (ພາບປະກອບ: tepbac.com)

 (vovworld)- ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນ າມ (VASEP) ​ໃຫ້​ຮູ້​ວ່າ: ການ​ສົ່ງ​ອອກ​ສິນ​ໃນ​ນ້ຳທັງ​ປີ​ຄາດວ່າ​ຈະ​ບັນລຸ 7 ຕື້ USD. ພື້ນຖານ​ເພື່ອ​ໃຫ້ VASEP ຍົກ​ອອກ​ການ​ຄາດ​ຄະ​ເນ​ດັ່ງກ່າວ ​ແມ່ນ​ມຸນນຄ່າ​ສົ່ງ​ອອກ​ກຸ້ງ​ໄດ້​ເພີ່ມ​ຂຶ້ນ​ຢູ່​ຕະຫຼາດ​ທຸກ​ແຫ່ງ, ສ່ວນ​ປາຈາ, ປາຫມຶກ​ຍັກມີ​ສັນຍານ​ຟື້ນ​ຕົວ​ຂຶ້ນ. ສະ​ເພາະ​ກຸ້ງ​ປີ​ນີ້​ຈະ​ສືບ​ຕໍ່​ມີ​ເຕີບ​ໂຕ ​ແລະ ຈະ​ນຳ​ມາ​ໃຫ້​ຫວຽດນາມ ຈຳນວນ​ເງິນ​ປະມານ 3,5 ຕື້​ໂດ​ລາ​ສະຫະລັດ ຍ້ອນ​ການ​ສົ່ງ​ອອກບັນດາ​ຕະຫຼາດ​ຕົ້ນຕໍ່​ຄື: ຈີນ, ສ.​ເກົາຫຼີ, ອົດ​ສະ​ຕາ​ລີ ​ສະດວກ​ດີ​ຢູ່. VASEP ຄາດ​ວ່າ, ການ​ສົ່ງ​ອອກປາຫ​ມຶກ​ຍັກຍັງສືບ​ຕໍ່​​ເຕີບ​ໂຕ ​ແລະ ອາດ​ຈະ​ບັນລຸ​ໄດ້ 470 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ​ນີ້.

  ​ໄລ່​ສະ​ເພາະ​ແຕ່ 5 ​ເດືອນ​ຕົ້ນປີ, ວົງ​ເງິນ​ສົ່ງ​ອອກ​ບັນລຸ​ໄດ້ 2,86 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 21% ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2013./.

ຂ່າວ/ບົດ​ອື່ນ