ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD

(VOVWORLD) -  ຕາມຕົວເລກສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີແລ້ວ, ນັບແຕ່ຕົ້ນປີ 2022 ມາຮອດວັນທີ 15 ມີນາ, ການສົ່ງອອກໂທລະສັບ ແລະ ເຄື່ອງອາໄຫຼ່ ບັນລຸ 11,13 ຕື້ USD, ສືບຕໍ່ເປັນໝວດສິນຄ້າສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ. 
ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD - ảnh 1(ພາບປະກອບ)

 ໃນຂະນະນັ້ນ, ເຄື່ອງຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່ບັນລຸ 10,2 ຕື້ USD, ເພີ່ມຂຶ້ນເກືອບ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ຕະຫຼາດສົ່ງອອກຕົ້ນຕໍຂອງໝວດສິນຄ້າປະເພດເຄື່ອງເອເລັກໂຕນິກນີ້ ສ່ວນຫຼາຍແມ່ນ ອາເມລິກາ, ຈີນ, ສ.ເກົາຫຼີ, ອີຢູ…

     ນອກຈາກ 2 ໝວດສິນຄ້າໃຫຍ່ນີ້ແລ້ວ, ຫວຽດນາມ ຍັງມີໝວດສິນຄ້າສົ່ງອອກບັນລຸ 1 ຕື້ USD ຂຶ້ນໄປຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່, ເກີບ, ໄມ້ ແລະ ຜະລິດຕະພັນເຮັດດ້ວຍໄມ້…

     ນັບແຕ່ຕົ້ນປີມາຮອດວັນທີ 15 ມີນາ, ຍອດວົງເງິນການຄ້າສົ່ງອອກທົ່ວປະເທດບັນລຸເກືອບ 70 ຕື້ USD, ເພີ່ມຂຶ້ນ 12,22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

 

ຕອບກັບ

ຂ່າວ/ບົດ​ອື່ນ