ການສົນທະນາ ຊາງຣີລາ 14 : ຈີນຫຼົບຫຼີກ ແລະ ແກ້ຄວາມກ່ຽວກັບການເຄື່ອນໄຫວຢູ່ຕາເວັນອອກ


ການສົນທະນາ ຊາງຣີລາ 14 : ຈີນຫຼົບຫຼີກ ແລະ ແກ້ຄວາມກ່ຽວກັບການເຄື່ອນໄຫວຢູ່ຕາເວັນອອກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ຫຼີ​ຊຽນຫຼົງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ
ການ​ສົນ​ທະ​ນາ ຊາງ​ຣີ​ລາ 14

(vovworld) - ວັນ​ທີ 31/5,ທີ່ ການ​ສົນ​ທະ​ນາ ຊາງ​ຣີ​ລາ 14,  ທ່ານ​ຊັນ​ຢຽນ​ກົວ ຮ​ອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ໄດ້​ເນັ້ນ​ໜັກຫຼາຍ​ຄັ້ງ​ວ່າ : ຈີນ​ເດີນ​ຕາມ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແມ່ນ​ປະ​ເທດ​ມະ​ຫາ​ອຳ​ນາດ​ໂດຍ​ມີ​ຄວາມ​ຮັບ​ຜິດ​ຊອບ, ປະ​ຕິ​ບັດ​ຕາມຫຼັກ​ການ​ສາ​ກົນ. ໃນ​ບົດ​ກ່າວ​ປາ​ໄສ​ທີ່​ຖືກ​ຖື​ວ່າ ແມ່ນ​ເພື່ອ​ໂຕ້​ຕອບ​ຕໍ່​ຄຳ​ເຫັນ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ຊາດ​ອາ​ເມ​ລິ​ກາ​ເມື່ອ​ວັນ​ທີ 30/5 ຊຶ່ງ​ຮຽກ​ຮ້ອງ​ຈີນ​ຢຸດ​ຕິ​ການກໍ່​ສ້າງ​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ທັນ​ທີ່,  ທ່ານ​ຊັນ​ຢຽນ​ກົວ ຮ​ອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ຖື​ວ່າ ການ​ເຄື່ອນ​ໄຫວກໍ່​ສ້າງຂອງ​ຈີນ ບໍ່​ພຽງ​ແຕ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໂດຍ​ຈຳ​ເປັນ, ປົວ​ແປງ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ປະ​ຊາ​ຊົນ​ໃນ​ເກາະ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ຕ​ິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ພັນ​ທະ​ສາ​ກົນ​ຂອງ​ຈີນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ກູ້​ໄພ​ກູ້​ຊີບ, ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ບົນ​ທະ​ເລ….ແຕ່ບ​ັນ​ດາ​ຄຳ​ຖາມ​ຂອງ​ຜູ້​ແທນຫຼາຍ​ຄົນ​ກ່ຽວ​ກັບ​ເລື່ອງ​ຈີນ​ນຳ​ອາ​ວຸດ​ໄປ​ຍັງ​ເກາະ​ຕ່າງໆ​ທີ່​ເຂົາ​ເຈົ້າ​ກໍ່​ສ້າງ​ເອງ ແມ່ນ​ບໍ່​ໄດ້​ຮັບ​ຄຳ​ຕອບ​ຈາກ​ ທ່ານ​ຊັນ​ຢຽນ​ກົວ ຮ​ອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນເທື່ອ.

ຂ່າວ/ບົດ​ອື່ນ