ການສ້າງຕັ້ງສະມາຄົມວິທະຍຸ-ໂທລະເລກສາຂາວິທະຍຸກະຈາຍສຽງຫວຽດນາມ

ການສ້າງຕັ້ງສະມາຄົມວິທະຍຸ-ໂທລະເລກສາຂາວິທະຍຸກະຈາຍສຽງຫວຽດນາມ - ảnh 1
(ສ້າງ​ຕັ້ງສະ​ມາ​ຄົມວິ​ທະ​ຍຸ - ໂທ​ລະ​ເລກ
​ສາ​ຂ​າວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ)

(vovworld) - ​​​ ​​ ​ຕອນ​ເຊົ້າ​ວັ​ນ​ທີ 08/11, ຢູ່​ສູນ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ໄດ້​ດຳ​ເນີ​ນ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງສະ​ມາ​ຄົມວິ​ທະ​ຍຸ - ໂທ​ລະ​ເລກ​ສາ​ຂ​າວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ດ້ວຍ​ສະ​ມາ​ຊິກ​ປະ​ມານ 100 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ຢືນ​ຢັນ​ວ່າ, ດ້ວຍ​ຈຳ​ນວນ​ພະ​ນັກ​ງານ, ນັກ​ເຕັກ​ນິກ​ທີ່ກວມ​ເອົາ 1/3 ຈຳ​ນວນ​ພະ​ນັກ​ງານ, ພາ​ລະ​ກອນ​ຂອງ VOV, ຂະ​ແໜງ​ເຕັກ​ນ​ິກວິ​ທະ​ຍຸ - ໂທ​ລະ​ເລກ ໄດ້​ສວ​ມ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ ໃນ​ການ​ພັດ​ທະ​ນາ​ຂອງ VOV ເວົ້າ​ສະ​ເພາະ ແລະ ຂະ​ແໜງ​ກະ​ຈາຍ​ສຽງ​ຫວຽດ​ນາມ ເວົ້າ​ລວ​ມ. ທ່ານ ຫວູ​ຫາຍ ປາດ​ຖະ​ໜາ​ວ່າ, ສະ​ມາ​ຄົມວິ​ທະ​ຍຸ - ໂທ​ລະ​ເລກ​ສາ​ຂາ VOV ຈະ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃໝ່​ໃນ​ເຕັກ​ນິກ​ການ​ກະ​ຈາຍ​ສຽງ, ໂດຍ​ສະ​ເພາະ​ແມ່ນ​ການ​ເລືອກ​ເຟັ້ນ​ມາດ​ຕະ​ຖານເຕັກ​ນິກ​ດີ​ຈີ​ຕອນ​​​​ທີ່​ເໝາະ​ສົມ​ກັບ​ການ​ກະ​ຈາຍ​ສຽງ ເຊິ່ງ VOV ພວມ​ປະ​ຕິ​ບັດ​ທົດ​ລອງ.

ຂ່າວ/ບົດ​ອື່ນ