ການຮ່ວມມືລົງທຶນ ແລະ ພັດທະນາເຂດອະນຸພາກພື້ນແມ່ນ້ຳຂອງ ຢ່າງໝັ້ງຄົງ

ການຮ່ວມມືລົງທຶນ ແລະ ພັດທະນາເຂດອະນຸພາກພື້ນແມ່ນ້ຳຂອງ ຢ່າງໝັ້ງຄົງ - ảnh 1
​ເວທີ​ປາ​ໄສ​ຊັບພະຍາກອນ ​ແມ່​ນ້ຳຂອງ ຄັ້ງ​ທີ 2

(vovworld) –  ດ້ວຍ​ຫົວ​ຂໍ້​ວ່າ “ການ​ຮ່ວມ​ມື​ລົງທຶນ ​ແລະ ພັດທະນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ຢ່າງ​ໝັ້ນຄົງ”, ​ເວທີ​ປາ​ໄສ​ຊັບພະຍາກອນ ​ແມ່​ນ້ຳຂອງ ຄັ້ງ​ທີ 2 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 10/5, ຢູ່​ເທດສະບານ​ເມ​ືອງ ຕາມ​ດາວ, ​ແຂວງ ຫວີງ​ຟຸກ, ​ໂດ​ຍມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 100 ຄົນ​ທີ່​ຕາງໜ້າ​ໃຫ້​ບັນດາ​ອົງການ​ຄຸ​້ມຄອງ​ແຫ່​ງລັດ, ບັນດາ​ອົງການ​ສັງຄົມ​ຂອງ ຫວຽດນາມ, ລາວ, ກຳປູ​ເຈຍ ​ແລະ ມຽນມາ ​ເຊິ່ງ​ແມ່ນ​ບັນດາ​ປະ​ເທດ​ຂຶ້ນ​ກັບ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ນັກ​ຊ່ຽວຊານ​ເສດຖະກິດ​ແລ້ວ, ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແມ່ນ​ສະຖານ​ທີ່ລົງທຶນ​ທີ່​ດູດ​ດືມ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ໃນ​ໂລກ. ທ່ານ Christoph Schill, ຊ່ຽວຊານ​ຂອງ​ຫ້ອງການ​ການ​ຄ້າ​ເອີ​ລົບ ປະຈຳ ຫວຽດນາມ, ຖື​ວ່າ:

“ບັນດາ​ນັກ​ລົງທຶນ​ຂອງ ​ເອີ​ລົບ​ເຫັນ​ໄດ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຕະຫຼາດ​ຂອງ ຫວຽດນາມ, ​ເຊິ່ງ​ແມ່ນ​ຕະຫຼາດ​ກ່ຽວ​ກັບ​ການ​ສົ່ງ​ອອກ, ບໍລິ​ໂພ​ກອຸປະ​ໂພ​ກ ​ແລະ ​ເຂົາ​ເຈົ້າ​ເຫັນ​ໄດ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ສົ່ງ​ອອກ​ສິນຄ້າ​ຂອງ ຫວຽດນາມ​ເຂົ້າ​ຕະຫຼາດອີ​ຢູ. ນອກຈາກ​ນັ້ນ, ຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ​ພັດທະນາ​ພະລັງງານ​​ໄຟຟ້ານຳ​້ຕົກ, ​ແຮງ​ລົມ.​.​. ບັນດາ​ນັກ​ລົງທຶນ ອີ​ຢູ ພ້ອ​ມ​ແລ້ວ​ທີ່​ຈະຕອບ​ສະໜອງ​ຄວາມ​ຕ້ອງການ​ນີ້. ​ແຫຼ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເຂົ້າ ຫວຽດນາມ ອາດ​ຈະ​ເພີ່ມ​ຂຶ້ນ​ຖ້າ​ຫາກ ຫວຽດນາມ ສ້າງ​​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ລົງທຶນ, ປັບ​ປຸງ​ສະພາບ​​ແວດລ້ອມ​​ແຫ່ງ​ການລົງທຶນ, ປັບປຸງ​ສະພາບ​​ແວດ​ລ້ອມ​ດ້ານ​ກົດໝາຍ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຮັກສາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ມີ​ຕໍ່​ຄູ່​ຮ່ວມ​ມື. ນອກຈາກ​ນັ້ນ, ຫວຽດນາມ ກໍ່ຄວນ​ຍົກ​ສູງຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸ​ດ ​ແລະ ການ​ບໍລິການ​ຕ່າງໆ”

        ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ໄດ້​ລົງທຶນ 335 ​ໂຄງການ, ມີ​ມູນ​ຄ່າ​ກ່ວາ 7 ຕື້ USA ຢູ່​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ຖື​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ກັບ​ບັນຫາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ເປັນ​ສຳຄັນ ​ແລະ ລັດຖະບານ ຫວຽດນາມ ມີ​ນະ​ໂຍບາຍ​ສົ່ງ​ເສີມ, ບຸລິມະສິດ ​ແລະ ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຢູ່ ລາວ, ກຳປູ​ເຈຍ​ ​ແລະ ​ໄລຍະ​ຈະ​ມາ​ເຖິງ​ແມ່ນ ມຽນມາ.

ຂ່າວ/ບົດ​ອື່ນ