ການາດາ ຊອກຫາການພົວພັນ ຮ່ວມມືກັບອິນເດຍ ຢ່າງຂັນແຂງ

ການາດາ ຊອກຫາການພົວພັນ ຮ່ວມມືກັບອິນເດຍ ຢ່າງຂັນແຂງ - ảnh 1
(ພາບປະກອບ)

(vovworld) -     ຕອນ​ບ່າຍ​ວັນ​ທີ 4/11, ທ່ານ​ນາ​ຍົດ​ລັດຖະມົນຕີ​ກາ​ນາ​ດາ Stephen Harpe ​ໄດ້​ເດີນທາງ​​ໄປນະ​ຄອນ Agra, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອິນ​ເດຍ ​​ເປັນ​​ເວລາ 6 ວັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ນິວ​ເຄຼຍພົນລະ​ເມືອງ. ຄາດ​ວ່າ, ທ່ານ​ນາ​ຍົກ​ລັດຖະມົນຕີ Harpe ຈະ​ມີ​ການ​ເຈລະຈາ​ກັບ​ຄູ່​ຮ່ວມ​ຕຳ​ແໜ່​ງອິນ​ເດຍ Manmohan Singh, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ຜັນ​ຂະຫຍາຍ​ສັນຍາ​ນິວ​ເຄຼຍພົນລະ​ເມືອງ ​ເຊິ່ງ​ໄດ້​ລົງ​ນາມ​ໃນ​ປີ 2010. ວົງ​ການ​ສັງ​ເກດ​ການ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​​ເດີນທາງ​ຢ້ຽມຢາມ ອິນ​ເດຍ ຄັ້ງ​ນີ້ ຂອງ​ທ່ານ​ນາຍົກລັດຖະມົນຕີ Harpe ​ຊີ້ໃຫ້​ເຫັນນະ​ໂຍບາຍ​ການ​ຕ່າງປະ​ເທດ​ມຸ່ງ​ໄປ​ສູ່​ອາຊີ​ຂອງ Ottawa. ​ໃນ​ບົດ​ກ່າວ​ປາ​ໄສ​ສຳຄັນ​ມໍ່ໆ​ມາ​ນີ້​ຢູ່​ກອງ​ປະຊຸມ “ກາ​ນາ​ດາ ​ໃນ​ສະຕະວັດ​ປາຊີ​ຟິກ”, ທ່ານ​ລັດຖະມົນຕີກະຊວງ​ການ​ເງິນ​ກາ​ນາ​ດາ Jim Flaherty ​ໄດ້​ເນັ້ນ​ນັກ​ເຖິງ​ກາ​ນ​ເປີດ​ກວ້າງ​ດ້ານ​ການ​ຄ້າ​ກັບ​ອາຊີ ​ແມ່ນ​ບຸລິ​ປະສິດ​ຂອງ​ປະ​ເທດ​ນີ້. ຕາມ​ທ່ານ Flaherty ​ແລ້ວ​, ​ໂລກ​ພວມ​ມຸ່ງ​ໄປ​ສູ່​ອາຊີ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ດ້ານເສດຖະກິດ ​ແລະ ບັນດາ​ວິ​ສາ​ຫະກິດ​ກາ​ນາ​ດາ ບໍ່​ຊັກ​ຊ້າ​ໃນ​ການ​ແຂ່ງ​ຂັນ​ນີ້. ພິ​ເສດ​ແມ່ນ​ບັນດາ​ຕະຫຼາດ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ກໍ​ພວມ​ພັດທະນາ​ຢ່າງ​ວ່ອງໄວ ​ແລະ ບັນດາ​ວິ​ສາ​ຫະກິດ​ກາ​ນາ​ດາ ສາມາດ​ຊຸກຍູ້ການຄ້າ​ກັບ​ພາກ​ພື້ນ​ນີ້ ຜ່ານ​ບັນດາ​ສັນຍາ​ຊຸກຍູ້​ດ້ານ​ການ​ຄ້າ.

ຂ່າວ/ບົດ​ອື່ນ