ການເຄື່ອນໄຫວຂອງທ່ານ ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢູ່ ສເກົາຫຼີ

(vovworld)-  ຕອນ​ບ່າຍ​ວັນ​ທີ 23/7, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ​ແລະ ຄະນະຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່າ​ນາງ​ປະທານາທິບໍດີ ສ​ເກົາ​ຫຼີ Park Geun hye. ການ​ນຳ​ສອງ​ທ່ານ​ໃຫ້​ຄຳໝັນສັນຍາ​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ-​ສ​ເກົາຫຼີ​ ກ່ວາ​ອີກ. ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມ​ພາ​ກພູ​ມ​ໃຈ​ເມື່ອ​ເຫັນ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ -​ສ​ເກົາຫຼີ​  ​ໃນ 21 ປີຜ່ານມາ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ, ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ທຸກ​ຂົງ​ເຂດ. ສອງ​ປະ​ເທດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ເຂົ້າອົກ​ເຂົ້າ​ໃຈ ​ແລະ ​ເຊື່ອມໝັ້ນຊື່​ງກັນ ​ແລະ ກັນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ  ຢືນຢັນ​ວ່າ: ການ​ນຳ​ ​ແລະ ປຊຊ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຊຸກຍູ້​ການ​ພົ​ວພັນ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຍຸກ​ທະ​ສາດ​ກັບ ສ​ເກົາຫຼີ. ສ່ວນທ່າ​ນາງ​ປະທານາທິບໍດີ ສ​ເກົາ​ຫຼີ Park Geun hye ກໍ່​ໄດ້​ເຫັນ​ດີ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ ສັງຄົມ​ຂອງໜວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ພາກພູມ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ພິ​ເສດ​ແມ່ນ​ນັບ​ແຕ່​ສອງ​ຝ່າຍ​ໄດ້​ຍົກ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2009. ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ຢ້ຽມຢາມ​ ​ແລະ ພົບ​ປະຄັ້ງຕ່າງໆລະຫວ່າງ​ການ​ນຳ​ຂັ້ນສູງ, ຂັ້ນຕ່າງໆ, ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ສອງ​ປະ​ເທດ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ; ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ, ລົງທຶນ, ການ​ຄ້າ, ຮ່ວມ​ມື​ພັດທະນາ, ການ​ອອກ​ແຮງ​ງານ, ການທ່ອງ​ທ່ຽວ….

 ກ່ອນໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 23/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ກຸ່ມ​ບໍລິສັດ Kumho Asiana ​ແລະ ​ໃຫ້ການ​ຕ້ອນຮັບ​ການ​ນຳ​ກຸ່ມ​ບໍລິສັດ Lotte. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ກຸ່ມ​ບໍລິສັດ​​ເສດ​ຖະກິດ ສ ​ເກົາຫຼີ, ​ໃນ​ນັ້ນ​ມີ​ກຸ່ມ​ບໍລິສັດ Kumho Asiana ​ແລະ ກຸ່ມ​ບໍລິສັດ Lotte​ ໃນ​ກາ​ນຊຸກຍູ້ການ​ພົວພັນຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ສ ​ເກົາຫຼີ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ: ກຸ່ມ​ບໍລິສັດ Kumho Asiana ​ແລະ Lotte​  ສືບ​ຕໍ່​ເປີດ​ກ້ວາງ​ການ​ລົງທຶນ​ເຂົ້າ ຫວຽດນາມ, ພ້ອມ​ທັງ​ຕັ້ງໜ້າ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດ, ມອບ​ໂອນ​ເຕັກ​ໂນ​ໂລ​ຢີ​ໃຫ້​ແກ່​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ພ້ອມ​ກັບ​ລັດຖະບານ ຫວຽດນາມ ສືບ​ຕໍ່​ມານະ​ພະຍາຍາມ​ສ້າ​ງສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ສະ​ດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ ​ເກົາຫຼີ ​ໃນ​ນັ້ນ​ມີ ກຸ່ມ​ບໍລິສັດ Kumho Asiana ​ແລະ ກຸ່ມ​ບໍລິສັດ Lotte​ ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ.


ການເຄື່ອນໄຫວຂອງທ່ານ ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢູ່ ສເກົາຫຼີ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ Kang Chang – hee

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 22/7, ຢູ່​ນະຄອນຫຼວງ ​ເຊີ​ອູ​ນ, ​ແຫ່ງ ສ ​ເກົາຫຼີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ Kang Chang – hee. 2 ຝ່າຍ​ພ້ອມ​ກັນ​ຢືນຢັນ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ຕອບ​ສະໜອງ​ການ​ພັດທະນາ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ກໍ່​ຄື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ​ເພື່ອ​ປັບປຸງ​ສາຍ​ພົວພັນ​ຍຸດ​ທະ​ສາດ ຫວຽດນາມ - ສ ​ເກົາຫຼີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ປາດ​ຖະໜາ​ວ່າ​ລັດຖະບານ, ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຈະຊຸກ​ຍູ້​ການ​ຮ່ວມ​ມື​ໃນ​​ຂົງ​ເຂດຕ່າງໆ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ຄົນ​ງານ, ການພົວພັນ​ແລກປ່ຽນດ້ານ​ວັດທະນະທຳ.​​..​. 2 ຝ່າ​ຍສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບັນລຸ 30 ຕື້ USD ​ໃນ​ປີ 2015, ສ້າງ​​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະກິດຂອງ​ແຕ່ລະ​ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິ​ງຮູ່ງ ຢືນຢັນວ່າ ສະພາ​ແຫ່ງ​ຊາດ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບສະພາ​ແຫ່ງ​ຊາດ ສ ​ເກົາຫຼີ ​ໃນ​ການ​ຊຸກຍູ້ ​ແລະ ຕິດຕາມ​ກວດກາ​ເລື່ອງ​ປະຕິບັດ​ບັນດາ​ສັນຍາ, ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ 2 ປະ​ເທດ ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ທັງ 2 ຝ່າ​ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ວ່າ:

“ຂ້າພະ​ເຈົ້າ ​ແລະ ທ່ານ Kang Chang – hee ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ເປີດ​ສາກ​ໃຫ້​ປີ​ທຳ​ອິດ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ 20 ປີ​ຈະ​ມາ​ເຖິງ. ການ​ຮ່ວມ​ມືລະຫວ່າງ ສ ​ເກົາຫຼີ ​ແລະ ຫວຽດນາມ ຈະ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດພັດທະນາ​ຢ່າງຮອບດ້ານ, ສົມ​ກັບ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພວກ​ຂ້າພະ​ເຈົ້າ ກໍ່​ຊຸກຍູ້​ການ​ພັດທະນາຮອບດ້ານ​ດ້ວຍຂອບ​ຂະໜາດ​ໃຫຍ່​ກ່ວາ, ຄຸນ​ນະພາບ​ດີ​ກ່ວາ, ​ເລິກ​ເຊິ່ງກ່ວາ​ໃນໄລຍະຈະ​ມາ​ເຖິງ. 20 ປີ​ຜ່ານ​ມາ, ການ​ຮ່ວມ​ມື ສ ​ເກົາຫຼີ ​ແລະ ຫວຽດນາມ ​ໄດ້ປະກອບສ່ວນ​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ຫລຸດ​ຜົ້ນອອກ​ຈາກ​ສະພາບ​​ທຸກ​ຍາກ, 20 ປີ​ຈະ​ມາ​ເຖິງ​ຈະຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ກໍ່ສ້າງ​ປະ​ເທດ ອຸດສາຫະກຳ ຫັນ​ໄປສູ່ໄລຍະ​ປະ​ເທດ​ພັດທະນາ. ຄຽງ​ຄູ່​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ເຫັນ​ດີ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ບໍ່​ພຽງ​ແຕ່​ໃນດ້ານ​ການ​ຄ້າ ​ເທົ່າ​ນັ້ນ​ຫາກ​ຍັງ​​ໃນ​ການ​ສົນ​ທະ​ນາ​ທາງ​ດ້ານ​ການ​ທູດ ​ແລະ ​​ໃນເວທີ​ສາກົນ​ອີກ​ດ້ວຍ.”

    ພາຍຫຼັງ​ການ​ເຈລະຈາ, ປະທານ​ສະພາ​ແຫ່ງ​ຊາດ 2 ທ່ານ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ສ ​ເກົາຫຼີ, ​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຄະນະ​ເລຂາ ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ. ຂໍ້​ຕົກລົງ​ນີ້ແມ່ນ​ພື້ນຖານ​ດ້ານ​ນິຕິ​ກຳ​ສຳຄັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ອົງການ​ນິຕິ​ບັນຍັ​ດ 2 ປະ​ເທດ.

ຂ່າວ/ບົດ​ອື່ນ