ການເຄື່ອນໄຫວຂອງພັນລະຍາທ່ານປະທານາທິບໍດີ ໂປໂລຍ ຢູ່ ຮ່າໂນ້ຍ

(VOVWORLD) -  ທ່ານນາງ Agata Kornhauser – Duda ໄດ້ໄປຢ້ຽມຢາມໂຮງຮຽນ Marie Curie - ເຊິ່ງແມ່ນໂຮງຮຽນສາມັນສຶກສາລວມມີ 3 ຊັ້ນ: ຊັ້ນປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ
ການເຄື່ອນໄຫວຂອງພັນລະຍາທ່ານປະທານາທິບໍດີ ໂປໂລຍ ຢູ່ ຮ່າໂນ້ຍ - ảnh 1ທ່ານນາງ Agata Kornhauser – Duda ຢ້ຽມຢາມໂຮງຮຽນ Marie Curie

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ສາທາລະນະລັດໂປໂລຍ Andrzej Duda ແລະ ພັນລະຍາ, ຕອນບ່າຍວັນທີ 28 ພະຈິກ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ພັນລະຍາຂອງທ່ານປະທານາທິບໍດີ ໂປໂລຍ, ທ່ານນາງ Agata Kornhauser – Duda ໄດ້ໄປຢ້ຽມຢາມໂຮງຮຽນ Marie Curie - ເຊິ່ງແມ່ນໂຮງຮຽນສາມັນສຶກສາລວມມີ 3 ຊັ້ນ: ຊັ້ນປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 150 ປີແຫ່ງວັນຄ້າຍວັນເກີດຂອງນັກປາດຊາວ ໂປໂລຍ Marie Curie (7/11/1867 – 7/11/2017)

        ແລະກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິຮ່ຽນ ພັນລະຍາຂອງ ປະທານປະເທດ ສສ ຫວຽດນາມ ເຈື່ອງດ້າຍກວາງ, ໄດ້ເຊື້ອເຊີນພັນລະຍາຂອງປະທານາທິບໍດີ ໂປໂລຍ, ທ່ານນາງ Agata Kornhauser – Duda ໄປຢ້ຽມຢາມ ວັນມ໋ຽວກວກຕື໋ຢາມ, ຊຶ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ແລະ ແມ່ນເຂດປູຊະນີຍະສະຖານນອນໃນທິດໃຕ້ຂອງພະລາດຊະວັງ ທັງລອງ ໃນເມື່ອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ