ການເຄື່ອນໄຫວຂອງ ທ່ານປະທານສະພາ ແຫ່ງຊາດ ຫງວຽນຊິງຮຸ່ງ ຢູ່ອັງກິດ

ການເຄື່ອນໄຫວຂອງ ທ່ານປະທານສະພາ ແຫ່ງຊາດ ຫງວຽນຊິງຮຸ່ງ ຢູ່ອັງກິດ - ảnh 1
(ພາບ: Nguyensinhhung.net)

ຕອນ​ຄ່ຳ​ວັນ​ທີ 8/12 ຕາມ​ເວລາ​ຫວຽດນາມ, ​ໃນ​ມື້ເຮັດ​ວຽກ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ລາດ​ຊະອານາ​ຈັກ ອັງກິດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ​ອັງກິດ Nick Cleeg. ທີ່ການ​ພົບ​ປະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ລາດ​ຊະ​ອານາ​ຈັກອັງກິດ​ເປັນ​ຄັ້ງ​ທຳ​ອິດ ​ໃນ​ຖານະ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ​ແມ່ນ​ເພື່ອ​ແນ​ໃສ່​ເພິ່ມທະວີ, ປັບ​ປຸງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2
ປະ​ເທດເຊິ່ງ​ໄດ້​ຖືກສ້າງ​ຕັ້ງ​ມາແຕ່​ປີ 2010 ​ໃຫ້​ດີ​ຍິງ​ຂຶ້ນ​ອີກ, ຢັ້ງຢືນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ ​ໂດຍສືບ​ຕໍ່​ຖື​ເປັນ​ສຳຄັນ ​​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ອີ​ຢູ, ​ໃນ​ນັ້ນ​ມີ​ລາດ​ຊະ​ອານາຈັກ ອັງກິດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢັ້ງຢືນ​ວ່າ: ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຫວຽ​ດນາມ ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2
ປະ​ເທດ ​ເພິ່ມທະວີ​ການ​ຮ່ວມ​ມື, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ຍາວນານ ​ແລະ ​ເປັນ​ປົກກະຕິ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ ລັດຖະບານ, ສະພາ​ແຫ່ງ​ຊາດ​ອັງກິດ​ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ເພິ່ມທະວີ​ການ​ຮ່ວມ​ມື​ກັບ ສະຫະພາບ​ເອີ​ລົບ (ຫຼື ອີ​ຢູ) ​ແລະ ໜູນ​ຊ່ວຍ​ຫວຽດນາມ​ໃນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ ກັບ ອີ​ຢູ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ຈະ​ເພິ່ມທະວີ​ການ​ແລກປ່ຽນ, ສົມທົບ​ກັບ​ ອັງກິດ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສາ​ກົນ, ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ສ່ວນທ່ານ​ຮອງ​ນາຍົກລັດຖະມົນຕີ ອັງ​ກິດ Nick Cleeg ຢືນຢັນ​ນະ​ໂຍບາຍ​ຮ່ວມ​ມື​ຂອງ
​ລາດ​ຊະ​ອານາຈັກ​ ອັງກິດ ທີ່​ມີ​ຕໍ່​ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ໜູນ​ຊ່ວຍ ທຶນ ODA ​ໃຫ້​ແກ່​ຫວຽດນາມ​ຮອດ​ປີ 2016 ດ້ວຍ​ຍອດ​ມູນ​ຄ່າ​ແມ່ນ 70 ລ້ານ​ປອນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ອັງ​ກິດ ​ໃຫ້​ຮູ້​ວ່າ: 
ລາດ​ຊະ​ອານາ​ຈັກ ອັງກິດ​ຈະ​ສືບ​ຕໍ່​ເພິ່ມທະວີ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ ​ເພື່ອ​ໃຫ້ 2 ປະ​ເທດ ນັບ​ມື້​ນັບ​ພັດທະນາ​ກ່ວາ​ອີກໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ​.

 

ຂ່າວ/ບົດ​ອື່ນ