ການເຄື່ອນໄຫວຕ່າງໆຢ່າງຟົດຟື້ນສະເຫລີມສະຫລອງ60ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ(10/10)

ການເຄື່ອນໄຫວຕ່າງໆຢ່າງຟົດຟື້ນສະເຫລີມສະຫລອງ60ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ(10/10) - ảnh 1
photo:vtv.vn

(vovworld)-​ໃນ​ຊຸມມື້ນີ້ ຮ່າ​ໂນ້ຍ ພວມ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ. ວັນ​ທີ 9/10 ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ປະ​ຕິ​ບັດ​ລາຍ​ການ​ກະ​ຈາຍ​ສຽງ​ພິ​ເສດ ດ້ວຍ​ຫົວ​ຂໍ້​ວ່າ: “ເພື່ອ​ໃຫ້​ຮ່າ​ໂນ້ຍ​ສົມ​ກັບ​ນະ​ຄອນ​ຫລວງ​ຂອງ​ພວກ​ເຮົາ”. ໃນ​ລາຍ​ການ ບັນ​ດາ​ຕົວພະ​ຍານ​ປະ​ຫວັດ​ສາດ, ບັນ​ດາ​ຜູ້​ຊ່ຽວ​ຊານ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ​ພ້ອມ​ກັນ​ແບ່ງ​ປັນ​ບັນ​ດາ​ເລື່ອງ​ລາວ, ອະ​ນຸ​ສອນ, ບັນ​ດາ​ຄວາມ​ຮູ້​ສຶກ​ໃນ​ວັນ​ປົດ​ປ່ອຍ​ນະ​ຄ​ອນ​ຫລວງ​ກ່ອນນີ້ 60 ປີ. ​ກ່ອນ​ຫນ້ານັ້ນ, ຕອນ​ ​ຄ່ຳ​ວັນ​ທີ 8/10 ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ຄະ​ນະ​ພັກ​ນະ​ຄອນ, ສະ​ຫະ​ພັນ​ແຮງ​ງານ ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະດ້ວຍ​ຫົວ​ຂໍ້ “ນັກ​ທຸ​ລະ​ກິດ ຮ່າ​ໂນ້ຍ ກັບ​ນະ​ຄອນ

​ຫ​ລວງ ໃນ​ໄລ​ຍະ 60 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”. ລາຍ​ການ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພະ​ນັກ​ງານ, ກຳ​ມະ​ກອນ, ລັດ​ຖະ​ກອນ ແລະ ຜູ້​ອອກ​ແຮງ​ງານ​ຢູ່ນ​ະ​ຄອນ​ຫລວງ ພ້ອມ​ກັນ​ຫ​ວນ​ຄືນ​ຊຸມ​ວັນ​ເດືອນ​​ປີ​ແຫ່ງປະ​ຫວັດ​ສາດ​ປີ 1954 ເມື່ອ​ບັນ​ດາ​ກຳ​ມະ​ກອນ ເຂົ້າ​ຮ່ວມ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ, ຢື​ດ​ຄອງ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຫລວງ​ຈາກ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ສ້າງ​ສາ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ