ການເຄື່ອນໄຫວຕ່າງໆໃນວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ27/7

ການເຄື່ອນໄຫວຕ່າງໆໃນວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ27/7 - ảnh 1
ທ່ານ ດິງ​ເທ໋​ຮີງ ຖະ​ຫວາຍດອກ​ໄມ້, ໃຕ້​ທູບ​ທຽ​ນ​ຢູ່​​ເຂດສຸ​ສານ​ນັກ​ຮົບ​
ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ເສັ້ນ​ທາງ​ເລກ 9

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 18/7, ທ່ານ ດິງ​ເທ໋​ຮີງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູ​ນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ພ້ອມ​ກັບ​ການນ​ຳ​ບາງ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງໄດ້​​ໄປຖະ​ຫວາຍດອກ​ໄມ້, ໃຕ້​ທູບ​ທຽ​ນ​ຢູ່​​ເຂດສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ເສັ້ນ​ທາງ​ເລກ 9, ​ເຂດສຸສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ເຈື່ອງ​ເຊ​ີນ ແລະ ​ເຂດສຸສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ ເມືອງ ຈ້ຽວ​ຟອງ, ແຂວງ ກວາງ​ຈີ້.

        ກ່ອນ​ໜ້ານັ້ນ, ຕອນ​​ແລງວັນ​ທີ  17/7, ທ່ານ ດິງ​ເທ໋​ຮີງ ໄດ້​ເຂົ້າ​ຮ່ວມ ແລະ ຕັດ​ແຖບ​ຜ້າ​ເປີດ​ສະ​ຫຼອງ​ອະ​ນຸ​ສາ​ວາ​ລ​ີ​ໄຊ​ຊະ​ນະ ເກື໋ອ​ຫວຽດ, ​ໃຕ້​ທູບ​ທຽ​ນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ກຳ​ແພງ ເກົ່າ ກວາງ​ຈີ້, ປ່ອຍ​ໂຄມ​ໄຟ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນ​ດານັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ແມ່​ນ້ຳ ແທກ​ຫານ…

        ເນື່ອງ​ໃນ​ໂອ​ກາດນີ້, ສື່​ເອ​ເລັກ​ໂຕ​ນິກກອມ​ມູ​ນິດ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ທະ​ນາ​ຄານ​ນະ​ໂຍ​ບາຍສັງ​ຄົມ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮ່າ​ຢາງ ໄດ້​ມອບ​ປື້ມ​​ເງິນ​ຝາກປະ​ຢັດ 100 ​ຫົວ, ແຕ່​ລະ​​ຫົວ​ມີ​ມູນ​ຄ່າ 1 ລ້ານ​ດົ່ງ​ໃຫ້ 100 ຄອບ​ຄົວ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ, ຜູ້​ມີ​ຄຸນງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ຢູ່​ນະ​ຄອນ ຮ່າ​ຢາງ ແລະ ເມືອງ ບັກ​ກວາງ (ແຂວງ ຮ່າ​ຢາງ).


ຂ່າວ/ບົດ​ອື່ນ