ການເຄື່ອນໄຫວຜະລິດ ຢູ່ Eurozone ຍັງບໍ່ທັນມີສັນຍານຕັ້ງໜ້າ

ການເຄື່ອນໄຫວຜະລິດ ຢູ່ Eurozone ຍັງບໍ່ທັນມີສັນຍານຕັ້ງໜ້າ - ảnh 1
ພາບປະກອບ

(vovworld) - ກ້າວ​ເຂົ້າ​ສູ່​ປີ 2013, ​​ເບິ່ງ​ລວມ​ແລ້ວ, ຂົງເຂດການ​ຜະລິດ​ຂອງ ​ເອີ​ລົບ ຍັງ​ບໍ່​ທັນ​ມີ​ສັນຍາ​ນຕັ້ງ​ໜ້າ​ເທື່ອ ​ຂະນະ​ທີ່​ບັນດາ​ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດ​ສະ​ແດງໃຫ້​ເຫັນ​ວ່າ ຜະລິດ​ຕະພັນ ກໍ​ຄື ​ໃບ​ສັ່ງຊື້​ສິນຄ້າ​ປຸງ​ແຕ່ງ ​ໃນ​ພາກ​ພື້ນ​ນຳ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ (ຫຼື Eurozone) ສືບ​ຕໍ່​ຖືກຫຼຸດລົງ. ຕາມ​ຕົວ​ເລກ​ປະກາດ​ເມື່ອ​ວັນ​ທີ 2/1 ຂ​ອງ ບໍລິສັດ​ຄົ້ນ​ຄ້ວາຕະ​ຫຼາດ Markit ​ໃຫ້​ຮູ້​ວ່າ: ດັດ​ສະ​ນີ​ຄຸ້ມ​ຄອງ​ກຳລັງ​ຊື້ (ຫຼື PMI) ຂອງ Eurozone ຖືກ​ຫຼຸດ​ລົງ​ໃນ​ເດືອນ​ສຸດ​ທ້າຍ​ຂອງ​ປີ 2012, ກົງກັນຂ້າມ​ກັບ​ການ​ຄາດ​ຄະ​ເນ​ກ່ອນ​ໜ້າ​ນັ້ນ​ແມ່ນຈະ​ເພີ່ມ​ຂຶ້ນ​​ເລກ​ນ້ອຍ. PMI ​ຖືກ​ຫຼຸດລົງ​ເລກ​ນ້ອຍ​ຈາກ​ລະດັບ 46, 2 ຄະ​ແນນ ຂ​ອງ​ເດືອນ​ກ່ອນ ລົງ​ລະດັບ 46,1 ​ແລະ ຕຳ່​ກ່ວາລະ​ດັບ​ຄາດ​ຄະ​ເນ​ແມ່ນ 46,3 ຄະ​ແນນ. PMI ​ແມ່ນ​ດັດ​ສະ​ນີ​ສັງ​ລວມ ​ຖືກ​ສ້າງ ​ເພື່ອ​ຕີ​ລາຄາ​ໂດຍ​ສັງ​ລວມ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ໃນ​ຂະ​ແໜງ​ຜະລິດ ​ແລະ ສວມ​ບົດບາດ​ຄືດັດ​ສະ​ນີອັນ​ດັບໜຶ່ງ​ໃຫ້​ແກ່​ທົ່ວ​ພື້ນຖານ​ເສດຖະກິດ. ຕົວ​ເລກ​ດັ່ງກ່າວ​ຕຳ່​ກ່ວາ​ລະດັບ 50 ຄະ​ແນນ​ສະ​ແດງໃຫ້​ເຫັນ​ວ່າ: ການ​ເຄື່ອນ​ໄຫວ​​ຜະລິດ​ຂອງ Eurozone ພວມ​ຖືກ​ຫຼຸດ​ລົງ.

 

ຂ່າວ/ບົດ​ອື່ນ