ການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນຢູ່ຫວຽດນາມ

ການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນຢູ່ຫວຽດນາມ - ảnh 1
ສະຫະພັນແມ່ຍິງ ຫວຽດນາມ ໃນທົ່ວປະເທດ ໄດ້ຈັດການສະເຫຼີມສະຫຼອງວັນແມ່ຍິງ ສາກົນຢ່າງສົມກຽດ
(ພາບປະກອບ)

(vovworld) – ມື້​ນີ້​ແມ່ນ​ວັນ​ແມ່ຍິງ​ສາກົນ 8/3. ຢູ່​ຫວຽດນາມ, ວັນ​ແມ່ຍິງ​ສາກົນ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສົມ​ກຽດ ​ແລະ ມີ​ຄວາມ​ໝາຍ​ກວ່າ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບຸນ​ຫຼາຍຢ່າງ.

        ຕອນ​ເຊົ້າ​ວັນ​ທີ 8/3, ສະຫະພັນ​ແມ່ຍິງ​ນະຄອນໂຮ່ຈີ​ມິນ ​ໄດ້ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 103 ​ແຫ່ງ​ວັນ​ແມ່ຍິງ​ສາກົນ ​ແລະ 1973 ປີ ​ແຫ່ງ​ວັນສອງ​ພະນາ​ງຈຶງ ລຸກ​ຮຶ້ຂຶ້ນ ກໍ່​ຄື​ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ຕອບ​ສະໜອງ​ປີ​ຄອບຄົວ​ຫວຽດນາມ, 65 ປີ ​ແຫ່ງ​ວັນ​ລຸງ​ໂຮ່ ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ. ທີ່​ງານ​ບຸນ, ບັນດາ​ຜູ້​ແທນ​ໄດ້​ທົບ​ທວນຄືນ​ມູນ​ເຊື້ອ, ຄວາມ​ໝາຍ​ປະຫວັດສາດ​ຂອງ​ຂະ​ບວນການ​ແມ່ຍິງ​ສາກົນ 8/3, ການ​ລຸກ​ຮຶ້ຂຶ້ນ​ຂອງ​ສອງ​ພະນາ​ງຈຶງ, ພ້ອມ​ທັງ​ເນັ້ນ​ໜັກ​ບົດບາດ​ຂອງ​ແມ່ຍິງ​ຫວຽດນາມ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ແມ່ຍິງ​ນະຄອນ​ໂຮ່ຈີ​ມິນ ​​ໃນ​ການ​ພັດທະນາ​ປະ​ເທດ​ຊາດ.

        ​ເນື່ອງ​ໃນ​ໂອ​ກາດ​ນີ້, ຫຼາຍທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ກໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊົມ​ເຊີຍ​ວັນ​ແມ່ຍິງ​ສາກົນ 8/3, ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບົດບາດ ​ແລະ ໜ້າ​ທີ່ຮັບ​ຜິດ​ຊອບ​ອັນ​ໃຫຍ່​ຫຼວງ​ຂອງ​ແມ່ຍິງ​ໃນ​ຍຸກ​ປະ​ຈະ​ບັນ, ​ເຊິ່ງ​ໄດ້ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ສັງຄົມ.

ຂ່າວ/ບົດ​ອື່ນ