ການເຄື່ອນໄຫວຫຼາຍຢ່າງໃນວັນບຸນວິສາຂະບູຊາຖືກຈັດຂຶ້ນຢູ່ບັນດາແຂວງພາກກາງ

(VOVWORLD) -ວັນບຸນວິສາຂະບູຊາປີນີ້, ສະມາຄົມພຸດທະສາສະໜາບັນດາແຂວງ, ນະຄອນທາງພາກກາງ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄື: ພິທີຫົດສົງ, ພິທີແຫ່ພະພຸດທະຮູບ ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນມີຄວາມອິ່ມໜຳສຳລານຢູ່ເຢັນເປັນສຸກ ແລະ ໂລກມີສັນຕິພາບ, ພ້ອມກັບການເຄື່ອນໄຫວກູ້ສົນມຸ່ງໄປເຖິງການຊ່ວຍເຫືຼອຄົນທຸກຍາກ.

ການເຄື່ອນໄຫວຫຼາຍຢ່າງໃນວັນບຸນວິສາຂະບູຊາຖືກຈັດຂຶ້ນຢູ່ບັນດາແຂວງພາກກາງ - ảnh 1

ວັດວາອາຮາມລ້ວນແຕ່ໄດ້ຮັບການປະດັບປະດາຂັນບູຊາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ 

(ພາບປະກອບ)

ຢູ່ນະຄອນເຫ້ວ ໃນຊຸມມື້ນີ້, ຢູ່ທົ່ວທຸກແຫ່ງ, ຈາກບັນດາວັດວາອາຮາມໃຫຍ່ທີ່ມີຊື່ສຽງຂອງກຸງເກົ່າເຫ້ວ ຕະຫຼອດຮອດບັນດາສະຖານທີ່ດຳເນີນການເຄື່ອນໄຫວສາສະໜາພຸດຂຶ້ນກັບ 9 ເມືອງ, ເທດສະບານເມືອງລ້ວນແຕ່ໄດ້ຮັບການປະດັບປະດາຂັນບູຊາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ. ປີນີ້, ວຽກງານຈັດຕັ້ງວັນບຸນວິສາຂະບູຊາ ໄດ້ຮັບການກະກຽມ ຢ່າງລອບຄອບທີ່ຖ້ວນຈາກຄະນະບໍລິຫານງານພຸດທະສາສະໜາຫວຽດນາມ. ໃນຊຸມມື້ນີ້, ວັດສ່ວນຫຼາຍ ແລະ ບັນດາພຸດທະສາສະນິກກະຊົນໃນບໍລິເວນແຂວງລ້ວນແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວກຸ້ສົນ, ມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ເຖົ້າຜູ້ແກ່ບໍ່ມີບ່ອນເພິ່ງພາອາໄສ, ຄົນເຈັບທີ່ທຸກຍາກ...

      ສ່ວນຢູ່ນະຄອນດ່ານັ້ງ, ປີນີ້, ຄະນະບໍລິຫານງານພຸດທະສາສະໜາຫວຽດນາມ ນະຄອນ ໄດ້ຈັດຕັ້ງລາຍການໃຈບຸນໃຈກຸ້ສົນຫຼາຍຢ່າງ, ມຸ່ງໄປເຖິງບັນດາເດັກກຳພ້າ ແລະ ຜູ້ທຸກຍາກໃນທົ່ວນະຄອນຄື: ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ທຸກຍາກ, ຄົນເຈັບພວມປິ່ນປົວພະຍາດຢູ່ບັນດາໂຮງໝໍ; ກວດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ພີ່ນ້ອງຢູ່ເຂດຫ່າງໄກສອກຫຼີກ…

ຕອບກັບ

ຂ່າວ/ບົດ​ອື່ນ