ການເຄື່ອນໄຫວເນື່ອງໃນໂອກາດ ວັນບຸນວິສາຂະບູຊາ ພ.ສ 2560 ຢູ່ບັນດາທ້ອງຖິ່ນ

ການເຄື່ອນໄຫວເນື່ອງໃນໂອກາດ ວັນບຸນວິສາຂະບູຊາ ພ.ສ 2560 ຢູ່ບັນດາທ້ອງຖິ່ນ - ảnh 1
ບັນ​ດາ​ຜູ້​ທີ່​ມີ​ຍົກ​ສັດ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາ, ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຫວຽດ​ນາມເຂົ້າ​ຮ່ວມ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ


(vovworld)- ຕອນ​ເຊົ້າ​ວັນ​ທີ 21/5, ຄະ​ນະ​ບໍ​ລິ​ຫານ​ງານສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້​ຈັດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2560. ໃນ​ບັນ​ຍາ​ກາດ​ທີ່​ເຄັ່ງ​ຂຶມໃນ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2560, ບັນ​ດາ​ຜູ້​ທີ່​ມີ​ຍົກ​ສັດ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາ, ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຫວຽດ​ນາມ​ ໄດ້​ທຳ​ພິ​ທີ​ເຄົາ​ລົບ​ທຸງ​ຊາດ, ທຸງ​ສາ​ສະ​ໜາ, ຖວາຍດອກ​ໄມ້​ທູບ​ທຽນ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ, ປ່ອຍ​ນົກ​ສັນ​ຕິ​ພາບ, ພາ​ວະ​ນາ​ໃຫ້​ໂລກ​ມີ​ສັນ​ຕິ​ພາບ, ປະ​ຊາ​ຊົນ​ມີ​ຄວາມ​ອີມ​ໜຳ​ສຳ​ລານ​ສົມ​ບູນ​ພຸນ​ສຸກ.

    ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 21/5, ຢູ່​ວັດ ຕື​ດາມ​ເຫວ້, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ແຂວງ​ເທື່ອ​ທຽນ​ເຫວ້​ກໍ​ໄດ້​ຈັດ ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2560​ຂຶ້ນ. ນະ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2560, ພະ​ອາ​ຈານ​ມະ​ຫາ ທິກ​ເຄ້​ເຈີນ, ຮອງ​ຫົວ​ໜ້າ​ຜູ້​ປະ​ຈຳ​ການຄະ​ນະ​ບໍ​ລິ​ຫານ​ງານສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​​​ແຂວງ​ເທື່ອທຽນ​ເຫວ້ ໃຫ້​ຮູ້​ວ່າ :

   “ ຮອດ ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ​ໃນ​ແຕ່​ລະ​ປີ, ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຫວຽດ​ນາມ​ ດ້ວຍ​ຄວາມ​ເຄົາ​ລົບ​ນັບ​ຖື​ໄດ້ພາ​ກັນ​ມາຈັດ​ພິ​ທີ​ແຫ່​ພະ​ພຸດ​ທະ​ຮູບ​ຈາກວັດ​ຢ້ຽວ​ເດ້​ໄປ​ຍັງ​ວັດ​ຕື​ດາມ. ໃນ​ພິ​ທີ​ບູ​ຊາ​ໃນ ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2560 ນີ້, ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຫວຽດ​ນາມ​ທັງ​ໝົດ​ລ້ວນ​ແຕ່​ພາ​ວະ​ນາ​ໃຫ້​ປະ​ເທດ​ຊາດເຂັ້ມ​ແຂງ, ໂລກ​ມີ​ສັນ​ຕິ​ພາບ, ສາ​ສະ​ໜາ​ຍືນ​ຍົງ​ຄົງ​ຕົວ, ປະ​ຊາ​ຊົນ​ມີ​ຄວາມ​ອີມ​ໜຳ​ສຳ​ລານ​ສົມ​ບູນ​ພຸນ​ສຸກ ”
ຂ່າວ/ບົດ​ອື່ນ