ການເຈລະຈາດ້ານນິວເຄຼຍອີຣານໄດ້ຮັບການເຊື່ອມຕໍ່ຢູ່ວຽນ, ປະເທດອົດຕະລິດ

ການເຈລະຈາດ້ານນິວເຄຼຍອີຣານໄດ້ຮັບການເຊື່ອມຕໍ່ຢູ່ວຽນ, ປະເທດອົດຕະລິດ - ảnh 1
(ພາບປະກອບ: AFP/ TTXVN)

​(vovworld) – ວັນ​ທີ 12/05, ອີຣານ​ ໄດ້​ເລີ່​ມ​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ໃໝ່​ກັບ​ສະຫະພາບ​ເອີ​ລົບ (EU) ຢູ່​ນະຄອນຫຼວງວຽນ, ປະ​ເທດ​ອົດຕະ​ລິດ, ກ່ອນ​ການ​ເຈລະຈາ​ກັບ​ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ​ເພື່ອ​ແນ​ໃສ່​ຊອກ​ຫາ​ຂໍ້​ຕົກລົງ​ສຸດ​ທ້າຍ​ແກ້​ໄຂ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຣຣານ. ການ​ເຈລະຈາ​ນີ້​ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ​ຂອງ 2 ປະ​ເທດອີຣານ ​ແມ່ນທ່ານ Abbas Araqchi ​ແລ​ະ ທ່າ​ນ Majid Takht e Ravanchi ພ້ອມ​ກັບ​ທູດ​ພິ​ເສດ​ຂອງ EU ທ່ານ Helga Schnid. ທ່ານຫົວໜ້າ​ຄະນະ​ເຈລະຈາ​ອີຣານ Araqchi ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ, ຮອບ​ເຈລະຈາ​ຄັ້ງ​ນີ້​ຈະ​ນຳ​ມາ​ເຊິ່ງໝາກຜົນ​ກ່ອນ​ເວລາ​ກຳນົດ​ສຸດ​ທ້າ​ຍ​ໃນ​ວັນ​ທີ 30/06 ຈະ​ມາ​ເຖິງ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ຮອດ​ວັນ​ທີ 15/05 ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ກຸ່ມ P5+1 ຈະ​ພ້ອມ​ກັນເຂົ້າ​ຮ່ວມການ​ເຈລະຈາ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ