ການເຈລະຈານະໂຍບາຍປ້ອງກັນຊາດລະຫວ່າງຫວຽດນາມ - ອີຕາລີ

ການເຈລະຈານະໂຍບາຍປ້ອງກັນຊາດລະຫວ່າງຫວຽດນາມ - ອີຕາລີ - ảnh 1
ການ​ເຈ​ລະ​ຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ - ອີ​ຕາ​ລີ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 12/11, ຢູ່​ຮ່າ​ໂນ້ຍ, ພົນ​ເອກ ຟຸ່ງກວາງ​​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ພົວພັນ​ຕ່າງປະ​ເທດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ອີ​ຕາ​ລີ ​ໂດຍ​ທ່ານ Domenico Rossi, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດສ.ອີ​ຕາ​ລີ ​ເປັນ​ຫົວໜ້າ​ຄະນະ, ​ເນື່ອງ​ໃນ​ໂອກາດ​ມາ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ຄັ້ງ​ທີ 1 ລະຫວ່າງ ຫວຽດນາມ - ອີ​ຕາ​ລີ. ພົນ​ເອກ ຟຸ່ງກວາງ​​ແທງ ຢືນຢັນ, ໝາກຜົນ​ທີ່​ບັນລຸ​ໄດ້​ຜ່ານ​ການ​ເຈລະຈາ​ລະຫວ່າງ 2 ຝ່າຍ ຈະ​ປະກອບ​ສ່ວນ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

        ​ແລະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທີ່​ການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາດ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ຄັ້ງ​ທີ 1 ລະຫວ່າງຫວຽດນາມ - ອີ​ຕາ​ລີ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ບາງ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງຄື: ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ, ການບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ການຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ. ​ໃນ​ຕໍ່​ໜ້າ, 2 ຝ່າຍ​ຈະ​ສ້າງ​ຕັ້ງ​ໜ່ວຍ​ປະຕິບັດ​ງານ​ປະສົມ​ໂດຍ​ໄວ ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ວາງ​ອອກ​ໃນ​ການ​ເຈລະຈາ.

ຂ່າວ/ບົດ​ອື່ນ