ການເຈລະຈາເຊື່ອມໂຍງສາກົນໃນໄລຍະໃໝ່

ການເຈລະຈາເຊື່ອມໂຍງສາກົນໃນໄລຍະໃໝ່ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບູ່ຍ​ແທງ​ເຊີນ
(ພາບອິນເຕີແນັດ)

(vovworld) –  ​ “ການ​ເຊື່ອມ​ໂຍງ​ສາກົນ​ໃນ​ໄລຍະ​ໃໝ່ - ບາງ​ບັນຫາ​ທີ່​ວາງ​ອອກ​ສຳ​ລັບ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ” ​ແມ່ນ​ຫົວ​ຂໍ້​ຂອງ​ການ​ເຈລະຈາ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ເກີນ​ເທີ ສົມທົບ​ກັບ ກະຊວງ​ການ​ຕ່າງປະ​ເທດ ຈັດ​ຕັ້ງ​ໃນ​ວັນ​ທີ 2/10, ຢູ່​ເກີນ​ເທີ. ທີ່​ການ​ເຈລະຈາ, ​ເພື່ອ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ, ຫວຽດນາມ ຕ້ອງ​ສືບ​ຕໍ່​ຂະ​ບວນວິວັດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ ​ແລະ ນັບ​ມື້​ນັບ​ເລິກ​ເຊິ່ງ. ພິ​ເສດການ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຕ້ອງ​ຍົກ​ສູງ​ທີ່​ຕັ້ງ​ແຫ່ງ​ຊາດ​ໃນ​ເວທີ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບູ່ຍ​ແທງ​ເຊີນ ຖື​ວ່າ:

        “ພາລະກິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ແມ່ນ​ກຳນົດ​ທິດ​ທາງຍຸດ​ທະ​ສາດ​ໃຫຍ່ຂອງ​ພັກ ​ແລະ ລັດ, ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທຸກ​ຂົງ​ເຂດ. ​ໃນ​ນັ້ນ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ແມ່ນ​ຈຸດ​ສຸມ. ຄາດໝາຍ​ຕົ້ນຕໍ​ແມ່ນ​ພວກ​ເຮົາ​ຈະ​ເປີດ​ປະຕູ​ໃຫ້​ສິນຄ້າ​ສົ່ງ​ອອກ​ມີ​ທ່າ​ແຮງ​ປະ​ເພດ​ຕ່າງໆ. ປະຈຸ​ບັນກະຊວງ​ການ​ຕ່າງປະ​ເທດ​ຄວນ​ສົມທົບ​ກັບ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ເພື່ອ​ ອັບ​ເດັດ​ບັນດາ​ເນື້ອ​ໃນ​ສະດວກກໍ​ຄື​ຄວາມ​ຫຍຸ້ງ​ຍາດ, ການ​ທ້າ​ທາຍ​ຕ່າງໆ ​ເຊິ່ງບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຕ້ອງ​ປະ​ເຊິ​ນໜ້າ​…​ເພື່ອ​ໃຫ້​ວິ​ສາ​ຫະກິດ​ກະກຽມ”.

        ພາຍຫລັງ​ຈັດ​ຕັ້ງ​ການ​ເຈລະຈາ​ຢູ່​ນະ​ຄອນ ​ເກີນ​ເທີ, ກະຊວງ​ການ​ຕ່າງປະ​ເທດ​ຈະ​ສືບ​ຕໍ່​ການ​ເຈລະຈາ​ຢູ່​ບັນດາ​ແຂວງທີ່​ຍັງ​ເຫຼືອ​ທີ່​ໃນ​ເຂດ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ​ເພື່​ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດໝູນ​ໃຊ້​ກາລະ​ໂອກາດ, ຍູ້​ໄວ​ການ​ພັດທະນາ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ.

ຂ່າວ/ບົດ​ອື່ນ