ການເຈລະນາ FTA ຫວຽດນາມ ອີຢູ ອາດຈະສຳເລັດໃນປີ 2014

ການເຈລະນາ FTA ຫວຽດນາມ ອີຢູ ອາດຈະສຳເລັດໃນປີ 2014 - ảnh 1
(ພາບປະກອບ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 13/11, ໃນ​ການ​ປະຊຸມ​ຂ່າວທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານສະຫະພາບ​ເອີ​ລົບ (ອີ​ຢູ) Antonio Tajani ​ໃຫ້​ຮູ້​ວ່າ ປະຈຸ​ບັນ ອີ​ຢູ ​ແລະ ຫວຽດນາມ ​ໄດ້​ສຳ​ເລັດ​ຮອບ​ເຈລະຈາ​ທີ່ 5. ​ໃນ​ບັນດາ​ຮອບ​ເຈລະຈາ, 2 ຝ່າຍ​ບັນລຸ​ໄດ້​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ໃນ​ຫຼາຍ​ບັນຫາ. ສັນຍາ​ດັ່ງກ່າວ​ມີ​ແງ່​ຫວັງຈະ​ສຳ​ເລັດ​​ໃນ​ທ້າຍ​ປີ 2014 ຖືກ​ຕາມ​ກຳນົດ​ເວລາ. ທ່ານ Tajani ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ບັນລຸ​ໄດ້​ຈຸດໝາຍ​ສຳ​ເລັດ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - ອີ​ຢູ ຢ່າງ​​ໄວທີ່​ສຸດ. ບັນດາ​ຮອບ​ເຈລະຈາ​ມີ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ ​ແລະ ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ແຜນການ​ສ້າງສຳ​ເລັດ​ສັນຍາ​ນີ້​ໃນ​ທ້າຍ​ປີ 2014. ປະຈຸ​ບັນ​ 2 ຝ່າຍ​ຍັງມີ​ບາງ​ບັນຫາ​​ຕ້ອງ​ສືບ​ຕໍ່​​ປຶກສາ​ຫລື. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ປຶກສາ​ຫາລື ບົນ​ຈິດ​ໃຈ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ທີ່​ສຸດ.”

ຂ່າວ/ບົດ​ອື່ນ