ການເລືອກຕັ້ງປະທານາທິບໍດີອາເມລິກາ 2020: ມີຫຼາຍລັດປະກາດຜົນນັບບັດຄັ້ງທຳອິດ

(VOVWORLD) -ປະຈຸບັນ, ບັນດາລັດຢູ່ອາເມລິກາ ສ່ວນຫຼາຍໄດ້ສິ້ນສຸດການປ່ອນບັດ ແລະ ພວມດຳເນີນການນັບບັດ.

ການເລືອກຕັ້ງປະທານາທິບໍດີອາເມລິກາ 2020: ມີຫຼາຍລັດປະກາດຜົນນັບບັດຄັ້ງທຳອິດ - ảnh 1 ມີຫຼາຍລັດປະກາດຜົນນັບບັດຄັ້ງທຳອິດ

(ພາບ: AFP/Getty)

ຢູ່ຫຼາຍລັດຂອງອາເມລິກາ ໄດ້ເລີ່ມປະກາດຜົນການນັບບັດຄັ້ງທຳອິດ, ໃນຂະນະທີ່ມີບາງລັດຍັງບໍ່ທັນສິ້ນສຸດການປ່ອນບັດຍ້ອນເວລາຜິດດ່ຽວກັນ. ຕາມຕົວເລກໃນເບື້ອງຕົ້ນແລ້ວ, ທ່ານ Donald Trump ຍາດໄດ້ບັດສະໜັບສະໜູນຈາກຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ 94 ບັດ, ໃນຂະນະທີ່ທ່ານ Joe Biden ໄດ້ຮັບບັດສະໜັບສະໜູນຈາກຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ 129 ບັດ. ສະນັ້ນ, ທ່ານ Joe Biden ພວມນຳໜ້າຊົ່ວຄາວກ່ຽວກັບຈຳນວນບັດເລືອກຕັ້ງຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ.

        ໃນຂະນະນັ້ນ, ຈຳນວນບັດເລືອກຕັ້ງຂອງສະພາຕ່ຳ ແລະ ສະພາສູງ ກໍ່ແມ່ນສິ່ງທີ່ໜ້າສົນໃຈ ແລະ ມີຄວາມສຳຄັນສຳລັບທັງ 2 ທ່ານ. ໄລ່ມາຮອດຈຸດເວລານີ້, ພັກປະຊາທິປະໄຕພວມຍາດໄດ້ 38 ທີ່ນັ່ງ ຢູ່ສະພາຕ່ຳ ແລະ 43 ທີ່ນັ່ງຢູ່ສະພາສູງ. ໃນຂະນະນັ້ນ, ຈຳນວນທີ່ນັ່ງຢູ່ສະພາຕ່ຳ ແລະ ສະພາສູງຂອງພັກສາທາລະນະແມ່ນ 54 ແລະ 37.

ຕອບກັບ

ຂ່າວ/ບົດ​ອື່ນ