ການເລືອກຕັ້ງຢູ່ ມາເລເຊຍ: ຜູ້ມີສິດເລືອກຕັ້ງ ອາໄສຢູ່ຕ່າງປະເທດ ໄປປ່ອນບັດເລືອກຕັ້ງ

ການເລືອກຕັ້ງຢູ່ ມາເລເຊຍ: ຜູ້ມີສິດເລືອກຕັ້ງ ອາໄສຢູ່ຕ່າງປະເທດ ໄປປ່ອນບັດເລືອກຕັ້ງ - ảnh 1
ທ່ານ Kamaruddin Mohadmed Baria, ​ເລ​ຂາ​ຄະນະ​ກຳມະການ​ເລືອກ​ຕັ້ງ (ຫຼື EC) ມາ​ເລ​ເຊຍ
(ພາບປະກອບ)

(vovworld) - ວັນ​ທີ 28/4, ຊາວ ມາ​ເລ​ເຊຍ ກ່ວາ 6.300 ຄົນທີ່​ພວມ​ດຳ​ເນີນ​ຊີວິດ​ຢູ່​ຕ່າງປະ​ເທດ ​ໄດ້ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ສະຖານ​ທີ່​ປ່ອນ​ບັດ 103 ​ແຫ່ງ​ໃນ​ບັນດາ​ອົງການ​ຕາງໜ້າ​ການ​ທູດ​ຂອງ ມາ​ເລ​ເຊຍ ຢູ່​ຕ່າງປະ​ເທດ. ທ່ານ Kamaruddin Mohadmed Baria, ​ເລ​ຂາ​ຄະນະ​ກຳມະການ​ເລືອກ​ຕັ້ງ (ຫຼື EC) ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ຕາມ​ຂໍ້​ລິ​ເລີ່​ມທີ່​​ກຳມາ​ທິການ​ສະພາ​ຕຳ່​ກ່ຽວ​ກັບການ​ປະຕິ​ຮູບ​ການ​ເລືອກ​ຕັ້ງ​ໄດ້ສະ​ເໜີ​ແລ້ວ, ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ໄສ​ຢູ່​ຕ່າງ​ປະ​ເທດທັງ​ໝົດ ​ແລະ ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່ບໍ່​ສາມາດ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໂດຍ​ກົງ ​​ເຊິ່ງໄດ້​ຈົດທະບຽນ​ປ່ອນ​ບັດ​ເລືອກ​ຕັ້ງ​ຜ່ານ​ໄປ​ສະນີ​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ແຕ່​ເວລາ 9 ​ໂມງ​ເຊົ້າ ຫາ 6 ​ໂມງ​ແລງ​ຂອງ​ວັນ​ທີ 28/4. ຕາມ​ຂໍ້​ກຳນົດ​ແລ້ວ, ບັດ​ເລືອກ​ຕັ້ງ​ຈະ​ຖືກ​​ສົ່ງ​​ເມືອ​ປະ​ເທດ ມາ​ເລ​ເຊຍ​ ໃນ​ວັນ​ດຽວ​ກັນ, ຜ່ານ​ຕູ້​ໄປສະນີ​ທາງ​ການ​ທູດ. ນອກ​ນັ້ນ​, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ໄສ​ຢູ່​ຕ່າງປະ​ເທດ ມີ​ສິດ​ຝາກ​ບັດ​ເລືອກ​ຕັ້ງ​ຂອງ​ຕົນ​ໂດຍ​ກົງ​ຜ່ານ​ທາງ​ໄປ​ຊະນີ​ເຖິງ​ຫົວໜ້າ​ສະຖານ​ທີ່​ເລືອກ​ຕັ້ງ​ເຊິ່ງ​ຕົນ​ໄດ້​ຈັດ​ທະບຽນ​ກ່ອນ​ເວລາ 5 ​ໂມງ​​ແລງ​ວັນ​ທີ 5/5.

 

ຂ່າວ/ບົດ​ອື່ນ