ການເລືອກຕັ້ງອາເມລິກາ 2020: ປະທານາທິບໍດີ D.Trump ຢັ້ງຢືນມີສຸຂະພາບແຂງແຮງພຽງພໍເພື່ອສືບຕໍ່ເຂົ້າຮ່ວມບັ້ນຫາສຽງເລືອກຕັ້ງຄືນໃໝ່

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ຢັ້ງຢືນວ່າ ຕົນເອງມີສຸຂະພາບແຂງແຮງພຽງພໍເພື່ອສືບຕໍ່ເຂົ້າຮ່ວມບັ້ນຫາສຽງເລືອກຕັ້ງຄືນໃໝ່

ການເລືອກຕັ້ງອາເມລິກາ 2020: ປະທານາທິບໍດີ D.Trump ຢັ້ງຢືນມີສຸຂະພາບແຂງແຮງພຽງພໍເພື່ອສືບຕໍ່ເຂົ້າຮ່ວມບັ້ນຫາສຽງເລືອກຕັ້ງຄືນໃໝ່ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP/TTXVN)

ພາຍຫຼັງຕິດເຊື້ອພະຍາດໂຄວິດ-19, ທ່ານປະທານາທິບໍດີອາເມລິກາ Donald Trump ຢັ້ງຢືນວ່າ ຕົນເອງມີສຸຂະພາບແຂງແຮງພຽງພໍເພື່ອສືບຕໍ່ເຂົ້າຮ່ວມບັ້ນຫາສຽງເລືອກຕັ້ງຄືນໃໝ່, ພ້ອມທັງປະຕິເສດບັນຫາຕົນເອງມີຄວາມສ່ຽງຕິດແປດອີກ.

        ເມື່ອເຕື້ອງເຖິງເລື່ອງຄະນະກຳມະການໂຕ້ວາທີປະທານາທິບໍດີແຈ້ງໃຫ້ຊາບວ່າ ການໂຕ້ວາທີຄັ້ງທີ 2 ຈະດຳເນີນທາງອອນລາຍ, ທ່ານປະທານາທິບໍດີ D.Trump ໄດ້ຖະແຫຼງວ່າ ບໍ່ຍອມຮັບສິ່ງດັ່ງກ່າວ ແລະ ຈະບໍ່ໂຕ້ວາທີກັບຄູ່ແຂ່ງຕາມຮູບແບບຄືແນວນັ້ນ, ທ່ານຖືວ່າ ຮູບແບບນີ້ຈະເອື້ອອຳນວຍໃຫ້ຜູ້ປະສານງານການໂຕ້ວາທີຕັດຄຳເວົ້າຂອງທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ