ການ​ແຫ່​ຂະ​ບວນ​ປະ​ທ້ວງ​ເພື່ອ​ຄັດ​ຄ້ານ​ການ ຈຳແນກເຊື້ອຊາດຜິວພັນທີ່​ແຜ່​ລ​າມ​ໃນ​ວົງ​ກ້​ວາງ​ຢູ່​ອາ​ເມ​ລິ​ກາ

(VOVWORLD) -ເພື່ອເຮັດໃຫ້ກຳລັງແຫ່ຂະບວນປະທ້ວງຜ່ອນຄາຍລົງ, ໃນວັນທີ 29 ພຶດສະພາ, ອົງການທີ່ມີໜ້າທີ່ຮັບຜິດຊອບເມືອງ Hennepin ໄດ້ກັກຕົວ Derek Chauvin, ນາຍຕຳຫຼວດນະຄອນ Mineapolis  ຊຶ່ງເປັນຜູ້ທີ່ກ່ຽວຂ້ອງໂດຍກົງເຖິງເຫດສັງຫານດັ່ງກ່າວ
ການ​ແຫ່​ຂະ​ບວນ​ປະ​ທ້ວງ​ເພື່ອ​ຄັດ​ຄ້ານ​ການ  ຈຳແນກເຊື້ອຊາດຜິວພັນທີ່​ແຜ່​ລ​າມ​ໃນ​ວົງ​ກ້​ວາງ​ຢູ່​ອາ​ເມ​ລິ​ກາ - ảnh 1ຜູ້ແຫ່ຂະບວນປະທ້ວງທັບມ້າງຢູ່ Minneapolis ອາເມລິກາ (ພາບ: TTXVN) 

ໂດຍກ່ຽວຂ້ອງເຖິງເຫດໃນວັນທີ 25 ພຶດສະພາ , ມີຕຳຫຼວດຜິວຂາວຄົນໜຶ່ງຢູ່ນະຄອນ Mineapolis  ໄດ້ສັງຫານ ທ້າວ George Floyd ໂດຍເປັນຊາວອາເມລິກາເຊື້ອສາຍອາຟຼິກກາ ມີອາຍຸ 46 ປີ, ໃນຊຸມວັນຜ່ານມາ, ບັນດາການແຫ່ຂະບວນປະທ້ວງຄັດຄ້ານການໃຊ້ຄວາມຮຸນແຮງຄໍ່ຄົນຜິວດຳ ບໍ່ພຽງແຕ່ເກີດຂຶ້ນຢູ່ ນະຄອນ Mineapolis ເທົ່ານັ້ນ, ຫາກຍັງໄດ້ແຜ່ລາມອອກສູ່ບັນດານະຄອນ, ລັດຕ່າງໆຂອງອາເມລິກາອີກດ້ວຍ. ໃນຕອນຄ່ຳວັນທີ 29 ພຶດສະພາ, ທຳນຽບຂາວຖືກປິດລ້ອມໃນໄລຍະສັ້ນ ພາຍຫຼັງ ທີ່ບັນດາການແຫ່ຂະບວນປະທ້ວງສືບຕໍ່ແຜ່ລາມເຖິງວໍຊິງຕັນ ດີຊີ, ນະຄອນ Atlanta ຂຶ້ນກັບລັດ Georgia ແລະ ນະຄອນ New Yord.        

ຕອບກັບ

ຂ່າວ/ບົດ​ອື່ນ