ການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ທົ່ວປະເທດອາເມລິກາ

(VOVWORLD) -ວັນທີ 06 ມິຖຸນາ ແມ່ນວັນດຳເນີນບັນດາການແຫ່ຂະບວນຂະໜາດໃຫຍ່ທີ່ສຸດ ດ້ວຍການເຂົ້າຮ່ວມຂອງ 6.000 ຄົນ ໄດ້ເຕົ້າໂຮມຢູ່ເຂດໃຈກາງ ແລະ ໃກ້ກັບທຳນຽບຂາວເປັນຕົ້ນ.

ການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ທົ່ວປະເທດອາເມລິກາ - ảnh 1 ວັນທີ 06 ມິຖຸນາ ແມ່ນວັນດຳເນີນບັນດາການແຫ່ຂະບວນຂະໜາດໃຫຍ່ທີ່ສຸດ

(ພາບປະກອບ: TTXVN)

ບັນດາການແຫ່ຂະບວນປະທ້ວງຄັດຄ້ານການໃຊ້ຄວາມຮຸນແຮງຂອງຕຳຫຼວດ ພາຍຫຼັງມີຜູ້ຊາຍຜິວດຳທີ່ມີຊື່ວ່າ George Floyd ຢູ່ນະຄອນ Minneapolis ເສຍຊີວິດ, ໄດ້ກ້າວເຂົ້າສູ່ມື້ທີ 12 ຢ່າງລ້ຽນຕິດ ແລະ ສືບຕໍ່ແຜ່ຂະຫຍາຍອອກສູ່ຫຼາຍລັດໃນທົ່ວປະເທດອາເມລິກາ. ຢູ່ນະຄອນຫຼວງ ວໍຊິງຕັນ, ວັນທີ 06 ມິຖຸນາ ແມ່ນວັນດຳເນີນບັນດາການແຫ່ຂະບວນຂະໜາດໃຫຍ່ທີ່ສຸດ ດ້ວຍການເຂົ້າຮ່ວມຂອງ 6.000 ຄົນ ໄດ້ເຕົ້າໂຮມຢູ່ເຂດໃຈກາງ ແລະ ໃກ້ກັບທຳນຽບຂາວເປັນຕົ້ນ. ບັນດາການແຫ່ຂະບວນປະທ້ວງດຳເນີນໄປຢ່າງສະງົບງຽບພໍສົມຄວນ ພາຍໃຕ້ການຕິດຕາມກວດກາຂອງຕຳຫຼວດ ແລະ ກຳລັງພິທັກຮັກສາແຫ່ງຊາດ. ບັນດາການແຫ່ຂະບວນປະທ້ວງກໍ່ຖືກດຳເນີນໄປຢູ່ບັນດາລັດ ແລະ ນະຄອນໃຫຍ່ຢູ່ອາເມລິກາ ລວມມີ: California, New York, Philadelphia, Chicago, và Seattle.

ຕອບກັບ

ຂ່າວ/ບົດ​ອື່ນ