ການໂອ້​ລົມ​ສົນທະນາ​“ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ”

ການໂອ້​ລົມ​ສົນທະນາ​“ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ” - ảnh 1
(ການໂອ້​ລົມ​ສົນທະນາ​ “ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ”)

​(vovworld) - ວັນ​ທີ 13/06, ຢູ່​ຮ່າ​​ໂນ​້ຍ, ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ການ​ໂອ້​ລົມ​ສົນທະນາ “ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງອາ​ຊຽນ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ໂອ້​ລົມ​ສົນທະນາ​ກ່ຽວຂ້ອງ​ເຖິງ 3 ​ເສົາ​ຄ້ຳ​ຂອງ​ອາ​ຊຽນຄື: ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ​, ປະຊາ​ຄົມ​ເສດຖະກິດ, ປະຊາຄົມ​ວັດທະນະທຳ​ ສັງຄົມ ​ເພື່ອ​ກະ​ກ່ຽມ​​ໃຫ້​ວາລະ​ອະພິປາຍ​ກ່ຽວ​ກັບ​ປະຊາຄົນ​ອາ​ຊຽນ ຊຶ່ງຄາດ​ວ່າ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 18/08/2015. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ເຈີ​ນວັນ​ຮັ່ງ, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​​ເນັ້ນ​ໜັກ​ວ່າ: ການໂອ້​ລົມ​ສົນທະນາຄັ້ງ​ນີ້​ ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ຊຸມ​ໃສ່​ອັບ​​ເດັດ​ຂໍ້​ມູນ, ​ແລກປ່ຽນ, ປຶກສາ​ຫາລື​ປະກອບ​ຄຳ​ເຫັນ​ເຂົ້າ​ໃນ​ການ​ສ້າງ​ນະ​ໂຍບາຍ, ກົດໝາຍ​ເພື່ອສືບ​ຕໍ່​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ​ແທດ​ຈິງ​ກວ່າ​ໃນ​ອາ​ຊຽນ, ​​ເສີມ​ຂະຫຍາຍ​ຈົດ​ສຸດທ່າ​ແຮງ​​​ເຖິງວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນຳ​ມາ​ໃຫ້.

      ທີ່ການ​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ, ປະຊາ​ຄົມການ​ເມືອງ - ຄວາມ​ໝັ້ນຄົງ​ອາ​ຊຽນ ​ແມ່ນ​ເສົາ​ຄ້ຳ​ສວມບົດບາດ​ສຳຄັນ, ພິ​ເສດ​​ໃນ​ສະພາບ​ການ​ທີ່​ຄວາມ​ສະຫງົບ​ການ​ເມືອງ​ຢູ່​ພາກ​ພື້ນ ມີ​ການ​ຜັນ​ແປ່​ຢ່າງ​ສັບສົນ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ຕ້ອງ​ປັບປຸງ​ຄວາມ​ສາມັກຄີ, ຍົກ​ສູງ​ບົດບາດ​​ໃຈກາງ ກໍ່​ຄື​ທີ່​ຕັ້ງ​ບົດບາດ​ຂອງ​ອາ​ຊຽນ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ…

ຂ່າວ/ບົດ​ອື່ນ