ການໂອ້ລົມສົນທະນາ “ ການພົບປະຍີປຸ່ນ - ເຂດຕອນໃຕ້ພາກກາງ ”

(VOVWORLD) -ວັນທີ 6 ຕຸລາ, ຢູ່ນະຄອນຍາຈາງ, ແຂວງແຄ້ງຮ່ວາ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງແຄ້ງຮ່ວາໄດ້ສົມທົບກັບສະຖານທູດຍີປຸ່ນປະຈຳຫວຽດນາມ ຈັດກອງປະຊຸມ “ ການພົບປະຍີປຸ່ນ - ເຂດຕອນໃຕ້ພາກກາງ ”
ການໂອ້ລົມສົນທະນາ “ ການພົບປະຍີປຸ່ນ - ເຂດຕອນໃຕ້ພາກກາງ ” - ảnh 1ບັນດາຜູ້ແທນທີ່ເຂົ້າຮ່ວມການພົບປະຍີປຸ່ນ - ເຂດຕອນໃຕ້ພາກກາງ 

ການໂອ້ລົມສົນທະນາ “ ການພົບປະຍີປຸ່ນ - ເຂດຕອນໃຕ້ພາກກາງ ” ແນໃສ່ສ້າງກົນໄກສົນທະນາ, ຮ່ວມມືລະຫວ່າງລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມກັບບັນດາຄູ່ຮ່ວມມືຍີ່ປຸ່ນ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ,  ທ່ານ ປອ ເຈີນດິງທຽນ ຫົວໜ້າສະຖາບັນເສດຖະກິດຫວຽດນາມ ຖືວ່າ ພາກກາງມີທ່າໄດ້ປຽບເພື່ອດຶງດູດບັນດານັກລົງທຶນຍີ່ປຸ່ນໃນຂົງເຂດອຸດສາຫະກຳ, ການທ່ອງທ່ຽວພັັກຜ່ອນບຳລຸງສຸຂະພາບເພື່ອຮັບໃຊ້ຊາວຍີປຸ່ນ. ທ່ານກ່າວວ່າ :

    “ ທ່າກຳປັ່ນຕ້ອງສຸມໃສ່ກໍ່ສ້າງໃຫ້ແກ່ບາງເຂດເສດຖະກິດແຄມທະເລ ຊຶ່ງແມ່ນເງື່ອນໄຂທີ່ດູດດື່ມເພື່ອດຶງດູດບັນດານັກລົງທຶນຍີປຸ່ນ. ສຳລັບແຂກທ່ອງທ່ຽວທີ່ມາຈາກຍີປຸ່ນ, ພາກກາງແມ່ນເຂດທີີ່ມີອາກາດດີສຳລັບການພັກຜ່ອນບຳລຸງສຸຂະພາບ. ດັ່ງນັ້ນ ຄວນສຸມໃສ່ຢູ່ນີ້, ດຶງດູດການລົງທຶນໄດ້ຫຼາຍກວ່າ. ”

ຕອບກັບ

ຂ່າວ/ບົດ​ອື່ນ