ກາລະໂອກາດສົ່ງອອກເຂົ້າສານໄປ ໂຮງກົງ, ຈີນ

ກາລະໂອກາດສົ່ງອອກເຂົ້າສານໄປ ໂຮງກົງ, ຈີນ - ảnh 1
( ພາບປະກອບ )

( vovworld ) - ກະຊວງ​ອຸດສາຫະກຳ​​ ແລະ​ ການ​ຄ້າ​ຫວຽດນາມ ໃຫ້​ຮູ້​ວ່າ, ວັນ​ທີ 1/3 ທີ່​ຈະ​ມາ​ເຖິງ, ຄະນະ​ຜູ້​ແທນ​ສະຫະສະມາຄົມ​ບັນດາ​ນັກ​ທຸ​ລະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ເຂົ້າສານຮົ່ງກົງ, ຈີນ ຈະ​​ມາສຳ​ຫຼວດ​ເພື່ອ​ຊອກ​ຮູ້ຄວາມ​ສາມາດ ​ແລະ ຄວາມ​ຕ້ອງການ​ໃນ​ການ​ສົ່ງ​ອອກ​​ເຂົ້າສານຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວັນ​ແຂວງກຽນ​ຢາງ ​ເພື່ອ​ກໍ່ສ້າງ​ຍຸດ​ທະ​ສາດ, ​ແຜນການ​ນຳ​ເຂົ້າ​​ ເຂົ້າສານ. ນີ້​ແມ່ນ​ກາລະ​ໂອກາດ​ທີ​ດີ​ເພື່ອ​ໃຫ້​ບັນດາວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ແຂວງ​ໂຄສະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ກຳລັງຄວາມ​ສາມາດ ​ເພື່ອ​ໃຫ້​ສອງ​ຝ່າຍ​ຕົກລົງ​ ​ແລະ ​ເຊັນ​ສັນຍາ​ຫຼັກການ​ປະ​ຕິ​ບັດ. ນີ້ກໍ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ ເພື່ອ​ຊັບຊ້ອນການ​ຜະລິດ​ເຂົ້າສານຂອງຫວຽດນາມ​ຄືນ​ໃໝ່ ​ຕາມ​ທິດ​ຜະລິດ​​ເຂົ້າ​ທີ່​ເປັນສິນ​ຄ້າທີ່​ມີ​ຄຸນ​ນະ​ພາບ​ສູງ, ສ້າງ​ເຄື່ອງ​ໝາຍ​​ເຂົ້າສານ​ເມັດ​ຍາວຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມຄວາມ​ສາມາດແກ່ງ​ແຍ້​ງຂອງ​ເຂົ້າສານ​ຫວຽດນາມ​ ໃນ​ຕະຫຼາດ​​ໂລກກໍ​ຄື​ເພີ່ມ​​ມູນ​ຄ່າ​ສົ່ງ​ອອກ. ປະຈຸ​ບັນ​ໂຮງ​ກົງ, ຈີນ ​ແມ່ນ​ຕະຫຼາດ​ນຳ​ເຂົ້າ ເຂົ້າ​ຫອມຕົ້ນ​ຕໍ່​ຂອງຫວຽດນາມ. ​ໃນ​ໄລຍະ​ທີ່​ຜ່ານ​ມາ​​ເຂົ້າຫອມ​ຫວຽ​ດນາມ ໄດ້​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ບັນດາ​ຕະຫຼາດ​ຄື, ອາ​ເມ​ລິ​ກາ, ​ເອີ​ລົບ,  ອົດສຕາ​ລີ, ຈີນ ​ແລະ ບັນດາ​ປະ​ເທດ​​ໃນເຂດ​ຕາ​ເວັນ​ອອກ​ກາງ.

ຂ່າວ/ບົດ​ອື່ນ