ກາວບັ່ງລົງທຶນແກ່ການພັດທະນາການທ່ອງທ່ຽວ

(VOVWORLD) - ຕອນຄໍ່າວັນທີ 3 ຕຸລາ, ຢູ່ນະຄອນ ກາວບັ່ງ, ແຂວງກາວບັ່ງຂອງຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 520 ປີ ແຫ່ງວັນສ້າງຕັ້ງແຂວງກາວບັ່ງ (1499 – 2019) ແລະ “ສັບປະດາວັດທະນະທໍາກິລາ ແລະ ທ່ອງທ່ຽວເຂດພູຜາປ່າໄມ້ ກາວບັ່ງ”. 
ກາວບັ່ງລົງທຶນແກ່ການພັດທະນາການທ່ອງທ່ຽວ - ảnh 1 ແຂວງກາວບັ່ງ ຈັດພິທີຕິດປ້າຍໃຫ້ແກ່ກິດຈະການສະເຫຼີມສະຫຼອງ 520 ປີ ແຫ່ງວັນສ້າງຕັ້ງແຂວງ ກາວບັ່ງ

ເຫດການເພື່ອແນໃສ່ໂຄສະນາມູນເຊື້ອປະຫວັດສາດຂອງແຂວງກາວບັ່ງ ກໍຄືໂຄສະນາຈຸດຄວາມງາມ ແລະ ຄຸນຄ່າບົ່ມຊ້ອນຂອງ ກາວບັ່ງ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. 

        ແຂວງກາວບັ່ງ ມີພູຜາປ່າໄມ້ໃຫຍ່ໂຕມະໂຫຖານ, ທັດສະນີຍະພາບທີ່ໂດ່ງດັ່ງຫຼາຍແຫ່ງຄື: ນໍ້າຕົກຕາດບ໋ານຢົ໊ກ, ຖໍ້າເງື່ອມງາວ, ຖໍ້າ ປາກປໍ໊ - ຫ້ວຍເລນິນ... ແລະ ພິເສດ ແຂວງກາວບັ່ງ ຫາກໍໄດ້ຮັບການຮັບຮອງຈາກ USESCO ວ່າ ແມ່ນ ສວນສາທາລະນະທໍລະນີສາດທົ່ວໂລກ.  ທ່ານ ເຊີ່ມຫວຽດອານ, ຫົວໜ້າພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

        “ນັບແຕ່ເມື່ອແຂວງກາວບັ່ງ ແລະ ຂະແໜງທ່ອງທ່ຽວແຂວງ ໄດ້ຮັບນາມມະຍົດດັ່ງກ່າວ, ພວກຂ້າພະເຈົ້າໄດ້ມີມາດຕະການຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວຢູ່ສວນສາທາລະນະທໍລະນີສາດ, ສ້າງ 3 ລາຍການທ່ອງທ່ຽວຕົ້ນຕໍຢູ່ໃນເຂດ. ປີ 2018, ປະລິມານແຂກທ່ອງທ່ຽວມາຢ້ຽມຢາມກາວບັ່ງ ເພີ່ມຂຶ້ນສູງພໍສົມຄວນ, ບັນລຸເກືອບ 30%. ໃນແຕ່ລະປີ ແຂວງກາວບັ່ງ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ ນັບເປັນຮ້ອຍໆເທື່ອຄົນ, ການເຕີບໂຕບັນລຸກວ່າ 80%. ປັດຈຸບັນ, ແຂວງກວາບັ່ງ ສືບຕໍ່ຜັນຂະຫຍາຍບັນດາແຜນຮ່າງເພື່ອພັດທະນາການທ່ອງທ່ຽວຕາມທິດຍືນຍົງ, ຕິດພັນກັບການປົກປັກຮັກສາມໍລະດົກທໍາມະຊາດ ແລະ ສີສັນວັດທະນະທໍາ”.


ຕອບກັບ

ຂ່າວ/ບົດ​ອື່ນ