​ກ່ຳ​ປັ່ນ​ຂົນ​ສົ່ງໝາກ​ລິ້ນ​ຈີ່​ສົດ 9 ໂຕນ​ຂອງ​ຫວຽດ​ນາມ ໃກ້​ຈະ​ເຂົ້າທຽບ​​ທ່າ​ກ່ຳ​ປັ່ນ ອົດ​ສະ​ຕາ​ລີ

(VOVWORLD) -ນີ້ແມ່ນການສົ່ງອອກໝາກລິ້ນຈີ່ຫວຽດນາມໄປຍັງ ອົດສະຕາລີ ຄັ້ງທຳອິດ ໃນລະດູການປີນີ້.

        ຕາມແຫຼ່ງຂ່າວຈາກອົງການການຄ້າຫວຽດນາມ ປະຈຳ ອົດສະຕາລີ ໃຫ້ຮູ້ວ່າ, ກ່ຳປັ່ນຂົນສົ່ງໝາກລິ້ນຈີ່ອູຮົ່ງດ້ວຍປະລິມານ 9 ໂຕນ ຂອງຫວຽດນາມ ໃກ້ຈະເຂົ້າທຽບທ່າກ່ຳປັ່ນ ອົດສະຕາລີແລ້ວ. ນີ້ແມ່ນການສົ່ງອອກໝາກລິ້ນຈີ່ຫວຽດນາມໄປຍັງ ອົດສະຕາລີ ຄັ້ງທຳອິດ ໃນລະດູການປີນີ້.

        ຄາດວ່າວັນທີ 12 ມິຖຸນາ ນີ້, ປະລິມານໝາກລິ້ນຈີ່ດັ່ງກ່າວ ຈະຖືກຂົນສົ່ງຮອດທ່າກ່ຳປັ່ນຂອງອົດສະຕາລີ ເພື່ອຮັບໃຊ້ຜູ້ບໍລິໂພກ ອົດສະຕາລີ ໄດ້ຢ່າງທັນເວລາ. ໝາກລິ້ນຈີ່ປະເພດນີ້ ມີລົດຫວານ, ຫອມ ແລະ ມີເປືອກໜາ, ສອດຄ່ອງກັບການຂົນສົ່ງໃນໄລຍະທາງໄກ ສະນັ້ນ ຈະແມ່ນຜະລິດຕະພັນທີ່ດີເພື່ອແນະນຳຕໍ່ຜູ້ບໍລິໂພກ ອົດສະຕາລີ.

ຫວຽດງາ, ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ