![ກ່ຳປັ່ນຈີນແລ່ນເຂົ້າເຂດທະເລເກີດການຂັດແຍ້ງກັນກັບຍີ່ປຸ່ນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_05_18/185.jpg)
ກ່ຳປັ່ນລາດຕະເວນແລ່ນເຂົ້າເຂດທະເລ
ອ້ອມຂ້າງໝູ່ເກາະພວມເກີດການຂັດແຍ້ງກັນ
(ພາບ: TTXVN)
(vovworld) - ວັນທີ 17/05, ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ (JCG) ໃຫ້ຮູ້ວ່າ: ກ່ຳປັ່ນລາດຕະເວນ 4 ລຳຂອງ ຈີນ, ໃນນັ້ນມີກ່ຳປັ່ນລຳໜຶ່ງເກືອບຄືວ່າໄດ້ປະກອບປືນ, ໄດ້ແລ່ນເຂົ້າເຂດທະເລອ້ອມຂ້າງໝູ່ເກາະພວມເກີດການຂັດແຍ້ງກັນກັບ ຍີ່ປຸ່ນ ຊຶ່ງ ໂຕກຽວ ເອີ້ນວ່າ Senkaku ແລະ ຈີນ ເອີ້ນວ່າ ຕ້ຽວອີ ຢູ່ທະເລ ຮວາຕູງ. ກອງບັນຊາການກຳລັງປ້ອງກັນຝັ່ງທະເລເຂດ 11 ຢູ່ Naha ແຂວງ Okinawa ປະກາດວ່າ ເຫດກໍລະນີແຊກຊຶມເຂົ້າບໍລິເວນດັ່ງກ່າວ ເກີດຂຶ້ນໃນເວລາປະມານ 14 ໂມງ 30 ນາທີຂອງຕອນບ່າຍວັນດຽວກັນ (ຕາມເວລາທ້ອງຖິ່ນ) ແລະ ແກ່ຍາວໃນເວລາປະມານ 2 ຊົ່ວໂມງ.