ກຳປັ່ນລາດຕາເວນຈີນ ປະກົດຢູ່ ເຂດພິດພາດອະທິປະໄຕກັບຍີ່ປຸ່ນ

ກຳປັ່ນລາດຕາເວນຈີນ ປະກົດຢູ່ ເຂດພິດພາດອະທິປະໄຕກັບຍີ່ປຸ່ນ - ảnh 1
ກຳ​ປັ່ນ​ລາດ​ຕາ​ເວນຂອງ​ຈີນ
(ພາບ: NEWS.CN)
(vovworld) -     ສຳນັກ​ຂ່າວສານ Kyodo ​ໄດ້​ຄັດ​ແຫຼ່ງຂ່າວ​ຈາກ​ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຍີ​່ປຸ່ນ (JCG) ​​ໂດຍໃຫ້​ຮູ້​ວ່າ, ວັນ​ທີ 18/02, ກຳ​ປັ່ນ​ລາດ​ຕາ​ເວນ 3 ລຳ​ຂອງ​ຈີນ ​ໄດ້​ເຂົ້າ​ເຂດ​ເຊິ່ງ​ຍີ່ປຸ່ນ ​ເອື້​ນວ່າ Senkaku ​ແລະ ປັກ​ກິ​ງ​ເອື້​ນວ່າ ຕຽວອີ ​ໃນ​ທະ​ເລ​ຮວາ​ຕຸ​ງ. ກຳ​ປັ່ນ​ລາດ​ຕາ​ເວນ​ 3 ລຳຂອງຈີນ ຖືກ​ພົບ​ເຫັນ​ໃນ​ເວລາ 8 ​ໂມງ 55 ນາທີ (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່​​ໃກ້​ກັບເຂດ​ໝູ່​ເກາະ​ດັ່ງກ່າວ, ​ໃນ​ສະພາບ​ການ​ທີ່​ນັກ​ການ​ທູດ​ຂັ້ນ​ສູງ​ຜູ້​ໜື່ງຂອງ​ຍີ່ປຸ່ນ ພວມ​ກະກຽມ​ໃຫ້​ແກ່ການ​ພົບ​ປະ​ຕ່າງໆຢູ່​ປັກ​ກິ່​ງ ​ເພື່ອ​ແນ​ໃສ່ປັບປຸງການ​ພົວພັນ​ທີ່​ພວມ​ເຂັ່ງຕຶງ​ລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດນີ້. ຕາມສຳນັກ​ຂ່າວສານ Kyodo ​ແລ້ວ, ຍີ່ປຸ່ນ ​ໄດ້​ອອກສຽງ​ຄັດ​ຄ້ານຈີນ ຢ່າງ​ເປັນ​ທາງ​ການຕໍ່​ກັບ​ຈີນ ຕໍ່ການ​ກະທຳ​ເຊິ່ງ​ເຂົ້າ​ເຈົ້າຖື​ວ່າ ​ແຊກ​ຊຶມ​ເຂົ້າ​ເຂດ​ນ່ານທະ​ເລ. ທ່ານ Yosshihide Suga ຫົວໜ້າ​ຫ້ອງວ່າ​ການ​ລັດຖະບານ​ຍີ່​ປຸ່ນ ​ໃຫ້​ຮູ້​ວ່າ, ຍີ່ປຸ່ນ ​ໄດ້​ຄັດຄ້ານ​ຢ່າງ​ແຮງ​ຜ່ານທາງ​ການ​ທູດ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ກຳ​ປັ່ນ​ນີ້ ຕ້ອງ​ອອກ​ຈາກ​ເຂດ​ດິນ​ແດນ​ຂອງ​ຍີ່ປຸ່ນ ​ໂດຍ​ທັນ​ທີ.
ຂ່າວ/ບົດ​ອື່ນ