ກຳມາທິການກົດໝາຍຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 27

(VOVWORLD) -  ກອງປະຊຸມຄົບຄະນະຄັ້ງທີ 27 ກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງຕາມຮູບການອອນລາຍໃນຕອນເຊົ້າວັນທີ 16 ເມສາ.
ກຳມາທິການກົດໝາຍຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 27 - ảnh 1 ກຳມາທິການກົດໝາຍຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 27 (ພາບ:quochoi.vn)

        ທີ່ການເຮັດວຽກໃນຕອນເຊົ້າວັນທີ 16 ເມສາ, ກຳມາທິການກົດໝາຍໄດ້ພິຈາລະນາ, ປະກອບຄຳເຫັນໃສ່ໃບສະເໜີຂອງລັດຖະບານກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2021, ດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2020 ແລະ ບາງຂໍ້ສະເໜີສ້າງກົດໝາຍຂອງສະມາຊິກສະພາແຫ່ງຊາດ.

        ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາສະມາຊິກໄດ້ຕີລາຄາວຽກງານສ້າງກົດໝາຍນັບແຕ່ຂັ້ນຕອນກະກຽມການສະເໜີນຳເຂົ້າໂຄງການຕະຫລອດຮອດການພິຈາລະນາ, ຮັບຮອງເອົາ ສືບຕໍ່ມີບັນດາການປັບປຸງ, ປ່ຽນແປງໃໝ່. ບັນດາສະມາຊິກໄດ້ເຫັນດີໂດຍພື້ນຖານຕໍ່ໃບສະເໜີຂອງລັດຖະບານ ພ້ອມທັງປະກອບບັນດາຄຳເຫັນເຂົ້າໃນວິວັດການກະກຽມຮ່າງກົດໝາຍບາງສະບັບຢ່າງພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ