ກູ້ເອົາຊີວິດຕົວປະກັນເກືອບ 650 ໃນເຫດການລອບຈັບຕົວຢູ່ ອາເຊຣີ

ກູ້ເອົາຊີວິດຕົວປະກັນເກືອບ 650 ໃນເຫດການລອບຈັບຕົວຢູ່ ອາເຊຣີ - ảnh 1
ບໍ່​​ອາຍ​ແກ​ດສ​ Amenas ​
ພາບ: AFP


(vovworld) - ວັນ​ທີ 18/1, ສຳນັກ​ຂ່າວສານ​ແຫ່ງ​ຊາດ ອານ​ເຊຣີ ​​ໃຫ້​ຂ່າວ​ວ່າ: ຕົວ​ປະກັນ 12 ຄົນ​ຖືກ​ເສ​ຍຊີວິດ​​ໃນບັ້ນ​ຮົບ​ກູ້​ເອົາ​ຊີວິດ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 17/1 ພາຍຫລັງ​ມື້ຫນຶ່ງ​ເກີດ​ເຫດ​ລອບ​ຈັບ​ຕົວ​ປະກັນ​​ ຢູ່ບໍ່​​ອາຍ​ແກ​ດ​ Amenas ​ແຂວງ Illizi ​ພາກ​ໃຕ້​ອານ​ເຊຣີ. ​ໃນ​ບັ້ນ​ກູ້​ເຊົາ​ຊີວິດ​ນີ້, ທະຫານ ອານ​ເຊຣີ ກູ້​ເອົາ​ຊີວິດ​ຕົວ​ປະກັນ​ໄດ້​ເກືອບ 650 ຄົນ, ​ໃນ​ນັ້ນ ຊາວ​ຕ່າງປະ​ເທດ 70 ຄົນ​ຖືກພວກ​ມື​ປືນ​ມຸດ​ສະລິມຈັບ​ຄຸ້ມ​ຂັງ​ຢູ່​ບໍ່​ອາຍ​ແກດສ ດັ່ງກ່າວ. ພວກ​ກໍ່​ການ​ຮ້າຍ 3 ຄົນ​ຖືກ​ຈັບ​ຄຸມ​ຂັງ​ໃນ​ບັ້ນ​ກູ້​ເອົາ​ຊີວິດ​ນີ້. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ ANI ຄ​ັດ​ແຫ​ລ່ງຂ່າວ​ໃຫ້​ຮູ້​ວ່າ: ຫົວ​ໂປ່​ກໍ່​ການ​ຮ້າຍ ຊາວ ອານ​ເຊ​ຣີ Mokhatar Belmokhtar ​ໃຫ້​ຮູ້​ວ່າ:​ ປະຈຸ​ບັນ ພວມ​ຄຸມ​ຂັງ​ຕົວ​ປະກັນ 7 ຄົນ ​ໃນ​ນັ້ນ ຊາວ​ອາ​ເມ​ລິ​ກາ 2 ຄົນ, ຍີ່​ປຸ່ນ ຄົນ​ຫນຶ່ງ, ອັງກິດ ຄົນ​ຫນື່ງ  ​ແລະ ​ແບນ​ຊິກ 3 ຄົນ ຢູ່ ສະຖານ​ທີ່​ແຫ່ງ​ຫນຶ່ງ​ໃກ້​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ ລີ​ບີ. ຫົວ​​ໂປ່ Belmokhtar ສະ​ເຫ​ນີ ​ແລກປ່ຽນ​ຕົວ​ປະກັນ​ຊາວ ອາ​ເມ​ລິ​ກາ 2 ຄົນ ທີ່​ຍັງ​ເຫລືອ ​ແທນ​ເອົາ Omar Abdul Rahman ຊາວ​ອີ​ຢີບ ​ແລະ Aafia Siddiqui ຊາວ​ປາ​ກິ​ສະຖານ ປະຈຸ​ບັນ ພວມ​ຖືກ​ຄຸມ​ຂັງຢູ່ ອາ​ເມ​ລິ​ກາ ທີ່​ຖືກ​ຜູກ​ໂທດ​ແມ່ນ​ກ່ຽວຂ້ອງ​ເຖິງ​ການ​ບຸກ​ໂຈ​ມຕີ.

 

ຂ່າວ/ບົດ​ອື່ນ