ຂະ​ແໜງ​ກະສິກຳ ​ດຶງດູດ​ບັນດາ​ໂຄງການ​ ລົງທຶນ​ເຕັກ​ໂນ​ໂລ​ຊີ​ສູງ

ຂະ​ແໜງ​ກະສິກຳ ​ດຶງດູດ​ບັນດາ​ໂຄງການ​ ລົງທຶນ​ເຕັກ​ໂນ​ໂລ​ຊີ​ສູງ - ảnh 1

(ພາບປະກອບ: vietnamplus.vn)

(vovworld)- ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ກຳນົດ​ທິດ​ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າຂະ​ແໜງ​ກະສິກຳ ​ແມ່ນ​ຈະ​ສຸມ​ໃສ່​ບັນດາ​ໂຄງການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ບໍ່ກໍມົນລະພິດຕໍ່​ສິ່ງ​ແວດ​ລ້ອມ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ກັບ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ພ້ອມ​ກັນນັ້ນ, ທາງ​ກະຊວງ​ມີ​ແຜນ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ເຂົ້າຂະ​ແໜງ​ຮັກສາ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮັກສາ​ຫຼັງ​ການ​ເກັບ​ກ່ຽວ​ເພື່ອ​ແນ​ໃສ່​ເພີ່ມ​ກຳລັງ​ແກ່ງ​ແຍ້​ງ, ຍົກ​ສູງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ຜະລິດ​ຕະະ​ພັນ. ​ເພື່ອ​ໃຫ້ການ​ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ບັນລຸ​ປະສິດທິ​ຜົນ, ທາງກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ພວມ​ຕັ້ງໜ້າ​ສ້າງ​ບັນດາ​ເອກະສານ​ນິຕິ​ກຳ​ສຳ​ເລັດ​ຕາມ​ທິດ​ສະ​ດວກ​ສະບາຍ, ຈະ​ແຈ້ງ, ຫັນ​ລະບຽບ​ການ​ເປັນ​ງາຍ​ດາຍ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ກະສິກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ. ທາງ​ກະຊວງ​ກໍ່​ຈະ​ເອົາ​ໃຈ​ໃສ່​ເປັນ​ເພິ​ເສດ​ເຖິງ​ການ​ຫັນ​ບັນດາ​ຮູ​ບການ​ລົງທຶນ​ອື່ນ ນອກຈາກ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ດ້ວຍ​ການ​ສົ່ງ​ເສີມ​ທ້ອງ​ຖິ່ນ​ຕ່າງໆ, ບັນດາ​ພາກສ່ວນ​ເສດຖະກິດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​, ເປັນ​ເຈົ້າການ​ເຂົ້າຮ່ວມ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ, ​ໃຫ້​ຄຳ​ປຶກສາ​ດ້ານ​ເຕັກນິກ, ປະກອບ​ຄຳ​ເຫັນ​ສ້າງ​ນະ​ໂຍບາຍ, ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້ຊາວ​ກະສິກອນ​ສາມາດ​ເຂົ້າຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ ​ແລະ ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ