ຂະແໜງເກີບໜັງວາງຄາດໝາຍບັນລຸວົງເງິນສົ່ງອອກ 21,5 ຕື້ USD

(VOVWORLD) - ທີ່ກອງປະຊຸມສະຫລຸບຂະແໜງເກີບໜັງ - ກະເປົາປີ 2018 ແລະ ສ້າງແຜນການປີ 2019 ໄດ້ດຳເນີນໃນວັນທີ 26 ທັນວາ, 

ທ່ານນາງ ຟ້າມທິແທງຊວນ, ເລຂາທິການໃຫຍ່ສະຫະສະມາຄົມເກີບໜັງ - ກະເປົາ ຫວຽດນາມ (LEFASO) ໃຫ້ຮູ້ວ່າ: ຂະແໜງເກີບໜັງໄດ້ວາງຄາດໝາຍບັນລຸວົງເງິນສົ່ງອອກໃຫ້ໄດ້ປະມານ 21,5 ຕື້ USD ໃນປີ 2019, ດັດຊະນີການຜະລິດເພີ່ມຂຶ້ນກ່ວາ 10% ເມື່ອທຽບໃສ່ປີ 2018.

        ຕາມທ່ານນາງ ຟ້າມທິແທັງຊວນ ແລ້ວ, ປີ 2019, ຄວາມຕ້ອງການໃຊ້ສອຍຢູ່ບັນດາຕະຫລາດສົ່ງອອກຕົ້ນຕໍຂອງ ຫວຽດນາມ ຍັງດີຢູ່. ໃນຂະນະນັ້ນ, ຈີນ ສືບຕໍ່ແຜນນະໂຍບາຍຫລຸດຜ່ອນບຸລິມະສິດການລົງທຶນໃນບັນດາຂົງເຂດຕ່ຳແຜ່ນຕັດຫຍິບ, ເກີບໜັງເພື່ອສຸມໃສ່ການຜະລິດດ້ວຍເຕັກໂນໂລຊີສູງ.

ຕອບກັບ

ຂ່າວ/ບົດ​ອື່ນ