ຂ່າວສານສາກົນຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ

ຂ່າວສານສາກົນຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ - ảnh 1
ານນຳ 2 ທ່ານໄດ້ເຫັນດີເປັນເອກະສັນຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຂຶ້ນສູ່ລະດັບສູງໃໝ່
(ພາບ: doisongphapluat.com)

(vovworld) – ດ້ວຍ​ຫົວ​ຂໍ້​ວ່າ: ”ຫວຽດນາມ ​ແລະ ຍີ່ປຸ່ນ​ຍົກ​ສູງ​ການ​ພົວພັນ”, ໜັງສືພິມ​ປະ​ເທດ​ເຢຍລະ​ມັນ​ໃໝ່ ສະບັບ​ອອກ​ວັນ​ທີ 20/3 ​ໄດ້​ລົງ​ພິມ​ເນື້ອ​ໃນ ”ຫວຽດນາມ - ຍີ່ປຸ່ນ​ໄດ້​ຍົກ​ການ​ພົວພັນ​ຕ່າງປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ”. ນອກ​ນັ້ນ​ໜັງສື​ພິມ​ຕ່າງໆ​ຂອງ​ເຢຍລະ​ມັນ ​ກໍ່​ໃຫ້​ຂ່າວ ​ແລະ ບົດ​ເນັ້ນ​ໜັກ​ເຖິງ​ຜົນສຳ​ເລັດ​ອັນ​ດີງາມ​​ໃນ​ການ​ຢ້ຽມ​ຢາມ​ຍີ່ປຸ່ນ​ຂອງ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ​ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່

        ສ່ວນ​ໜັງສືພິມ​ລັດ​ເຊຍ​ກໍ່​ຖື​ວ່າ, ການ​ຢ້ຽມຢາມ​ຍີ່ປຸ່ນ​ຄັ້ງ​ນີ້​ຂອງທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ​ແມ່ນ​ບາດກ້າວ​ປັບປຸງ ​ແລະ ຊຸກຍູ້​ບັນດາ​ໝາກຜົນ​ອັນ​ດີງາມ ​ແລະ ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ.

        ​ໃນ​ໂອກາດ​ນີ້​ວາລະສານ ”Nation Weekend” ຂອງ​ໄທ ກໍ່​ລົງ​ພິມ​ບົດ​ວິຈານ ”ຫວຽດນາມ - ຍີ່ປຸ່ນ ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ 2020” ຂອງ​ຜູ້​ຊ່ຽວຊານ​ບັນດາ​ບັນຫາ​ພາກ​ພື້ນ Songrit Porgen. ​ໃນ​ນັ້ນ​ຍົກ​ສູງ​ເລື່ອງ​ຫວຽດນາມ ​ແລະ ຍີ່ປຸ່ນ ​ຍົກ​ການ​ພົວພັນ​ຄູ່ຮ່ວມ​ມື​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ແຕ່​ປີ 2009 ​ແລະ ຖື​ວ່າ ​ໃນ 5 ປີ ຜ່ານ​ມາ, ສາຍ​ພົວພັນ​ນີ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ລົງທຶນ

 

ຂ່າວ/ບົດ​ອື່ນ