ຂ່ຳນັບຮັບຕ້ອນເຫດການຜູກສ່ຽວລະຫວ່າງດານັ້ງຂອງຫວຽດນາມກັບ ໂຕລູກາຂອງເມັກຊິກໂກ


ຂ່ຳນັບຮັບຕ້ອນເຫດການຜູກສ່ຽວລະຫວ່າງດານັ້ງຂອງຫວຽດນາມກັບ ໂຕລູກາຂອງເມັກຊິກໂກ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ເມັກ​ຊິກ​ໂກ​ ເລ​ລິງ​ລານມອ​ບາ​ພາບ​ສີ​ຂັດ​ມັນ​ໃຫ້​ນະ​ຄອນ​ໂຕ​ລູ​ກາ

(vovworld)- ຕອນ​ຄ່ຳ​ວັນ​ທີ 19/12, ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ເມັກ​ຊິກ​ໂກ​ໄດ້​ຈັດ​ການ​ພົບ​ປະ​ສ້າງ​ສັນ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການຜູກ​ສ່ຽວ​ລະ​ຫວ່າງ​ນະ​ຄອນ​ດານັ້ງ​ຂອງ​ຫວຽດ​ນາມ​ກັບ​ນະ​ຄອນ ໂຕ​ລູ​ກາ​ຂອງ​ເມັກ​ຊິກ​ໂກ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສ້າງ​ສັນ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການຜູກ​ສ່ຽວ​ລະ​ຫວ່າງ​ນະ​ຄອນ​ດານັ້ງ​ຂອງ​ຫວຽດ​ນາມ​ກັບ​ນະ​ຄອນ ໂຕ​ລູ​ກາ​ຂອງ​ເມັກ​ຊິກ​ໂກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ເມັກ​ຊິກ​ໂກ​ ເລ​ລິງ​ລານ ໄດ້​ຊີ້​ແຈ້ງ​ເຖິງ​ເຫດ​ການ​ທີ່​ມີ​ຄວ​ວາມ​ໝາຍນີ້ ແລະ ຖື​ວ່າ ເປັນ​ຄັ້ງ​ທ​ຳອິດໃນ​ປະ​ຫວັດ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ດານັ້ງ ແລະ ໂຕ​ລູ​ກາ ໄດ້​ຈັບ​ມື​ຜູກ​ສ່ຽວ​ກັນ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ແນ​ໃສ່​ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ

 

ຂ່າວ/ບົດ​ອື່ນ