ຄົນເຈັບທີ່ຕິດເຊື້ອໂຄວິດ-19 ຜູ້ສຸດທ້າຍຢູ່ປະເທດລາວ ໄດ້ອອກໂຮງໝໍແລ້ວ

(VOVWORLD) -ໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2020 ທີ່ໂຮງໝໍມິດຕະພາບລາວ ໄດ້ຈັດພິທີສົ່ງຄົນເຈັບທີ່ຕິດເຊື້ອໂຄວິດ-19 ຜູ້ສຸດທ້າຍອອກໂຮງໝໍ. ຄົນເຈັບດັ່ງກ່າວ, ແມ່ນໜຶ່ງໃນຄົນເຈັບທັງໝົດ 19 ຄົນທີ່ຕິດເຊື້ອໃນ ສປປ ລາວ.
 ຄົນເຈັບທີ່ຕິດເຊື້ອໂຄວິດ-19 ຜູ້ສຸດທ້າຍຢູ່ປະເທດລາວ ໄດ້ອອກໂຮງໝໍແລ້ວ - ảnh 1(ພາບ: kpl.gov.la)

ຄົນເຈັບນີ້ແມ່ນກໍລະນີທີ 8 ເປັນເພດຊາຍ ອາຍຸ 18 ປີ ຢູ່ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ແລະ ກໍແມ່ນຜູ້ສຸດທ້າຍ ໃນຈຳນວນ 19 ຄົນ ທີ່ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 28 ມີນາ 2020, ເຊິ່ງໄດ້ຮັບການປີ່ນປົວຄົບຕາມກຳນົດ ແລະ ໄດ້ຫາຍດີເປັນປົກກະຕິ. ຜ່ານການກວດກາທາງດ້ານວິເຄາະບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ.

ໂອກາດດຽວກັນນີ້, ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຮງໝໍມິດຕະພາບ ແລະ ບັນດາແພດໝໍ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນການປີ່ນປົວຄົນເຈັບໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ກໍເປັນຂ່າວດີສຳລັບ ສປປ ລາວ ສາມາດປີ່ນປົວກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃຫ້ຫາຍດີທັງໝົດ 19 ຄົນ ແລະ ປັດຈຸບັນກໍບໍ່ມີກໍລະນີຜູ້ຕິດເຊື້ອໃໝ່.

ພ້ອມດຽວກັນນີ້, ທ່ານຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາແພດໝໍ ເຖິງວ່າຈະບໍ່ມີຄົນເຈັບນອນປີ່ນປົວກໍຕາມແຕ່ໂຮງໝໍຍັງຕ້ອງສືບຕໍ່ພາລະບົດບາດ ໃນການເຝົ້າລະວັງ, ຄັດກອງຄົນເຈັບ ແລະ ກຽມພ້ອມຮັບຄົນເຈັບ ຖ້າມີກໍລະນີເກີດຂຶ້ນໃໝ່ໃນຕໍ່ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ